ວີດີໂອ
ດົ່ງທາບ ຍົກສູງຄຸນຄ່າໃຫ້ແກ່ຂະແໜງການຜະລິດຕະພັນບົວ
ເຄີຍໄດ້ຖືວ່າເປັນພຽງດອກໄມ້ປະດັບເປັນຕົ້ນຕໍ, ແຕ່ໃນປະຈຸບັນ ຕົ້ນບົວໄດ້ກາຍເປັນພືດພັນທີ່ສ້າງລາຍຮັບຢ່າງຫຼວງຫຼາຍ ຢູ່ແຂວງ ດົ່ງທາບ ຂຶ້ນກັບເຂດທົ່ງພຽງ ແມ່ນ້ຳຂອງ, ຊຶ່ງສາມາດສ້າງກຳໄລໄດ້ສູງກວ່າການປູກເຂົ້າແຕ່ 3 ຫາ 4 ເທົ່າ. ດ້ວຍການຂຸດຄົ້ນ ແລະ ນຳໃຊ້ທຸກພາກສ່ວນຂອງຕົ້ນບົວຢ່າງມີປະສິດທິຜົນ, ແຂວງດັ່ງກ່າວ ໄດ້ຫັນປ່ຽນດອກບົວ ທີ່ເປັນສັນຍາລັກປະຈຳທ້ອງຖິ່ນນີ້ ໃຫ້ກາຍເປັນຂະແໜງການເສດຖະກິດປາຍແຫຼມ ທີ່ມີມູນຄ່ານັບເປັນຫຼາຍພັນຕື້ດົ່ງໃນແຕ່ລະປີ.