ວີດີໂອ
ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຊ່ວຍເພີ່ມຄວາມດຶງດູດຂອງ ຫວຽດນາມ ໃນຖານະເປັນຈຸດໝາຍປາຍທາງລະດັບສາກົນ
ທ່າມກາງສະພາບການໂລກທີ່ມີຄວາມຜັນແປປ່ຽນແປງຫຼາຍຢ່າງ, ຄວາມປອດໄພ ນັບມື້ນັບມີຄວາມສຳຄັນ ຕໍ່ກັບນັກທ່ອງທ່ຽວ. ຫວຽດນາມ ຈັດຢູ່ອັນດັບທີ 9 ໃນທົ່ວໂລກ ດ້ານຄວາມປອດໄພ ແລະ ຄວາມສະຫງົບ ໃນດັດຊະນີການພັດທະນາ ການທ່ອງທ່ຽວ ແລະ ການເດີນທາງ ປີ 2026 ຂອງເວທີປາໄສເສດຖະກິດໂລກ (WEF), ເພີ່ມຂຶ້ນ 18 ອັນດັບ ເມື່ອທຽບໃສ່ປີ 2024. ຄຽງຄູ່ກັບຄວາມງາມທາງທຳມະຊາດ, ວັດທະນະທຳອັນອຸດົມສົມບູນ ແລະ ຄວາມໄມຕີຈິດມິດພາບຂອງປະຊາຊົນ, ຄວາມປອດໄພ ແມ່ນຄວາມດຶງດູດສຳລັບນັກທ່ອງທ່ຽວສາກົນ.