ວີດີໂອ
ໝູ່ບ້ານປູກດອກໄມ້ ທີ່ມີອາຍຸ ນັບຮ້ອຍປີ ພ້ອມດ້ວຍເຕັກນິກການປູກ ທີ່ເປັນເອກະລັກ
ໝູ່ບ້ານດອກໄມ້ ຊາແດັກ ຢູ່ແຂວງ ດົ່ງທາບ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບການພັດທະນາ ມາເປັນເວລາຫຼາຍຮ້ອຍປີ. ສິ່ງທີ່ເຮັດໃຫ້ໝູ່ບ້ານດອກໄມ້ ທີ່ເກົ່າແກ່ແຫ່ງນີ້ ມີຄວາມໂດດເດັ່ນ ແມ່ນຊາວກະສິກອນ ປູກດອກໄມ້ ແລະ ຕົ້ນໄມ້ປະດັບໄວ້ເທິງຮ້ານສູງ ແທນທີ່ຈະປູກລົງດິນໂດຍກົງ. ວິທີການປູກ ແບບດັ້ງເດີມນີ້ ແມ່ນເພື່ອ ປັບຕົວໃຫ້ເຂົ້າກັບເງື່ອນໄຂທຳມະຊາດ ຂອງທ້ອງຖິ່ນ, ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ໄດ້ຮັບການສືບທອດຕໍ່ກັນມາ ຜ່ານຫຼາຍເຊັ່ນຄົນ, ຈົນກາຍເປັນເອກະລັກສະເພາະຕົວ ຂອງ ໝູ່ບ້ານປູກດອກໄມ້ ຊາແດັກ.
