ວີດີໂອ
ໂຮງຮຽນເຂດຊາຍແດນ ປະກອບສ່ວນອະນຸລັກຮັກສາ ມໍລະດົກວັດທະນະທຳ ບັນດາເຜົ່າ
ທ່າມກາງຈັງຫວະຊີວິດການເປັນຢູ່ ທີ່ທັນສະໄໝ, ບັນດາຄຸນຄ່າວັດທະນະທຳ ມູນເຊື້ອ ຂອງ ຊຸມຊົນ ບັນ ດາ ເຜົ່າ ຍັງສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ສືບທອດກັນມາ ຢູ່ເຂດພູສູງຊາຍແດນ ຂອງຕາແສງ ປາເວີຍຊື, ແຂວງ ລາຍເຈົາ. ຜ່ານບັນດາບົດເພງ, ທ່າຟ້ອນ ແລະ ຄວາມມັກຮັກ ໃນການຮຽນຮູ້ ກ່ຽວກັບ ມໍລະດົກ ຂອງ ຕົນທີ່ນັບມື້ນັບເພີ່ມຂຶ້ນ, ບັນດານັກຮຽນທ້ອງຖິ່ນ ພວມປະກອບສ່ວນເຮັດໃຫ້ເອກະລັກ ວັດທະນະທຳ ຂອງ ຕົນມີຊີວິດຊີວາ ຕະຫຼອດໄປ.