ວີດີໂອ
ໂກ່ນກໍ໊: ຈາກ “ເກາະເຫຼັກກ້າ” ສູ່ສູນກາງການທ່ອງທ່ຽວ ທີ່ພວມພົ້ນເດັ່ນ
ເກາະ ໂກ່ນກໍ໊ ຕັ້ງຢູ່ແຂວງ ກວາງຈິ ປະກົດຕົວຂຶ້ນຢູ່ກາງທະເລຕາເວັນອອກ ດັ່ງອັນຍະມະນີ ທີ່ລ້ຳຄ່າ, ເຊິ່ງ ເປັນບ່ອນທີ່ປ່າດົງດິບ ອັນຂຽວງາມ ປະສານສົມທົບກັບສາຍນ້ຳທີ່ໃສສະອາດ ແລະ ແນວປະກາລັງທີ່ສວຍງາມ. ນອກຈາກຄວາມງາມທາງທຳມະຊາດແລ້ວ, ໂກ່ນກໍ໊ ຍັງເປັນມໍລະດົກແຫ່ງ “ເກາະ ເຫຼັກກ້າ” ທີ່ ແຂງແກ່ນທົນທານ ມາຕະຫຼອດໃນປະຫວັດສາດ. ບັນດາຄຸນຄ່າທີ່ປະສານເຂົ້າກັນເຫຼົ່ານີ້ ໄດ້ເຮັດໃຫ້ໂກ່ນກໍ໊ ກາຍ ເປັນຈຸດໝາຍປາຍທາງ ທີ່ມີຄວາມສະຫງົບ ແລະ ສ້າງຄວາມປະທັບໃຈຢ່າງ ເລິກເຊິ່ງ ໃຫ້ແກ່ນັກທ່ອງທ່ຽວ.