ວີດີໂອ
ແຂວງ ຮ່າຕິ໋ງ ເພີ່ມທະວີ ຄວາມພະຍາຍາມ ໃນການກຳນົດຊື່ ແລະ ປະຫວັດ ຂອງບັນດານັກຮົບຜູ້ເສຍສະຫຼະຊີວິດ ຜ່ານການກວດ ADN
ອຳນາດການປົກຄອງ ແຂວງ ຮ່າຕິ໋ງ ທາງພາກກາງ ພວມເພີ່ມທະວີການຂຸດຄົ້ນອັດຖິຂອງບັນດານັກຮົບຜູ້ເສຍສະຫຼະເພື່ອຊາດ ທີ່ຍັງບໍ່ທັນຮູ້ຊື່ ແລະ ປະຫວັດ ແລະ ເກັບກຳຕົວຢ່າງທາງຊີວະພາບ ເພື່ອເຮັດການກວດສອບ ADN. ແຕ່ລະຕົວຢ່າງ ລ້ວນແຕ່ນຳມາຊຶ່ງຄວາມຫວັງໃໝ່ ໃນການກວດສອບ ກຳນົດຊື່ ແລະ ປະຫວັດ ຂອງບັນດານັກຮົບຜູ້ເສຍສະຫຼະຊີວິດ ແລະ ພາພວກເພິ່ນກັບຄືນມາເຕົ້າໂຮມ ກັບຄອບຄົວ, ທັງສະແດງໃຫ້ເຫັນມູນເຊື້ອອັນຍາວນານ ຂອງ ຫວຽດນາມ ໃນການເຊີດຊູຜູ້ທີ່ມີຜົນງານອຸທິດຕົນເພື່ອປະເທດຊາດ.