ວີດີໂອ
ແຂວງຕ່າງໆ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຂອງ ຫວຽດນາມ ຊຸກຍູ້ການຄ້າຊາຍແດນກັບ ກຳປູເຈຍ
ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ, ເຊິ່ງນັບມື້ນັບໄດ້ຮັບການຮັດແໜ້ນໃຫ້ເຂົ້າສູ່ລວງເລິກໃນຫຼາຍຂົງເຂດ. ໃນຊຸມປີມໍ່ໆ ມານີ້, ສາຍພົວພັນດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ໄດ້ຮັກສາທ່າຂະຫຍາຍຕົວຢ່າງຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການເຊື່ອມຈອດພາກພື້ນ, ຮັບປະກັນສະຖຽນລະພາບຂອງຕ່ອງໂສ້ການສະໜອງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ.