ວີດີໂອ
ເວທີປາໄສອະນາຄົດ ASEAN 2026 ຊຸກຍູ້ສັນຕິພາບ, ຄວາມສີວິໄລ ແລະ ວິໄສທັດທີ່ຖືປະຊາຊົນ ເປັນໃຈກາງ
ຫົວຂໍ້ຂອງປີນີ້ ສະແດງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຂອງ ASEAN ໃນການເຄື່ອນໄຫວ ດ້ວຍຈິດໃຈຄວາມສາມັກຄີ, ຫົວຄິດປະດິດສ້າງ ແລະ ຄວາມມຸ່ງຫວັງ ຕົວຈິງທີ່ໃຫຍ່ຫຼວງກວ່າເກົ່າ ໃນທ່າມກາງສະພາບການຂອງໂລກທີ່ມີຄວາມຜັນຜວນຢ່າງເລິກເຊິ່ງ. ສິ່ງດັ່ງກ່າວ ໄດ້ເນັ້ນໜັກເຖິງ ຄວາມເຊື່ອໝັ້ນວ່າ ອະນາຄົດຂອງ ASEAN ຈະຕ້ອງໄດ້ ຮ່ວມກັນສ້າງຮູບແບບ - ໂດຍມີສັນຕິພາບ ເປັນພື້ນຖານ ໃຫ້ແກ່ສະຖຽນລະພາບຂອງພາກພື້ນ, ຄວາມສີວິໄລ ເປັນກຳລັງຂັບເຄື່ອນໃຫ້ແກ່ ການພັດທະນາທີ່ຍືນຍົງ, ແລະ ຖືປະຊາຊົນເປັນໃຈກາງຂອງການຮ່ວມມືໃນພາກພື້ນ.