ວີດີໂອ
ອາຊີບເຮັດຊາເອືອບດອກບົວ ກວາງອານ ຮັກສາຄຸນຄ່າ ມໍລະດົກ ໂຮ່ໄຕ
ໃນທຸກໆ ລະດູຮ້ອນ, ບຶງດອກບົວ ທີ່ຢູ່ອ້ອມຮອບ ໜອງໄຕ (West Lake) ໃນນະຄອນຫຼວງ ຮ່າໂນ້ຍ ຈະອົບອວນໄປດ້ວຍ ກິ່ນຫອມອັນບໍລິສຸດ ແລະ ນຸ້ມນວນ ຂອງດອກບົວພັນ “ແບັກຢຽບ” (Nelumbo nucifera). ດອກບົວ ບໍ່ພຽງແຕ່ຊ່ວຍເພີ່ມຄວາມງາມ ໃຫ້ແກ່ເຂດທິວທັດທຳມະຊາດເທົ່ານັ້ນ, ແຕ່ຍັງມີບົດບາດ ສຳຄັນ ໃນການອະນຸລັກຮັກສາ ອາຊີບອົບຊາດ້ວຍດອກບົວ ທີ່ມີມາແຕ່ດົນນານ ຂອງເຂດ ກວາງອານ ອີກດ້ວຍ.