ວີດີໂອ
ຫວຽດນາມ ໄປຖືກທິດ ໃນການແກ້ໄຂຂໍ້ຄົງຄ້າງທາງດ້ານການເຕີບໂຕ
ພື້ນຖານເສດຖະກິດໂລກ ໄດ້ຮັບຜົນກະທົບຈາກບັນດາເຫດການທີ່ຮຸນແຮງຢ່າງຕໍ່ເນື່ອງ ໃນຊຸມປີມໍ່ໆ ມານີ້, ເຊິ່ງໄດ້ສ້າງແຮງກົດດັນຢ່າງຫຼວງຫຼາຍ ຕໍ່ກັບບັນດາພື້ນຖານເສດຖະກິດ ທີ່ເພິ່ງພາການຄ້າ ໃນ ລະດັບສູງ ເຊັ່ນ ຫວຽດນາມ. ທ່າມກາງ ລັດຖະບານ ພວມຈັດຕັ້ງປະຕິບັດ ເປົ້າໝາຍອັນໃຫຍ່ຫຼວງ ເພື່ອບັນລຸການເຕີບໂຕໃນລະດັບສອງຕົວເລກ, ການກຳນົດທັງຈຸດແຂງ ແລະ ຂໍ້ຈຳກັດພາຍໃນ ຂອງ ປະເທດ ໄດ້ກາຍເປັນສິ່ງ ທີ່ມີຄວາມສຳຄັນກວ່າເວລາໃດໝົດ.