ວີດີໂອ
ສັນຍາ ເຊີແນວ ປີ 1954 ຢັ້ງຢືນຂີດໝາຍປະຫວັດສາດ ຂອງການທູດ ຫວຽດນາມ
ໃນວັນທີ 8 ພຶດສະພາ 1954, ພຽງແຕ່ໜຶ່ງວັນ ຫຼັງຈາກໄຊຊະນະ ດ້ຽນບຽນຝູ ອັນໂດ່ງດັງ, ກອງປະຊຸມ ເຊີແນວ ໄດ້ເປີດການເຈລະຈາ ກ່ຽວກັບການຟື້ນຟູສັນຕິພາບ ຢູ່ ອິນດູຈີນ. ຫຼັງຈາກການເຈລະຈາ ເປັນເວລາ 75 ວັນ, ສັນຍາ ເຊີແນວ ໄດ້ຮັບການເຊັນກັນຢ່າງເປັນທາງການ ໃນວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ). ສັນຍາດັ່ງກ່າວ ໄດ້ຢັ້ງຢືນເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງ ຫວຽດນາມ, ຖະແຫຼງໃຫ້ກອງທັບຕ່າງປະເທດ ຖອນກຳລັງອອກຈາກ ອິນດູຈີນ, ກຳນົດເສັ້ນແບ່ງເຂດແດນທາງການທະຫານ ແມ່ນມີລັກສະນະຊົ່ວຄາວ, ທັງຮຽກຮ້ອງໃຫ້ມີການເລືອກຕັ້ງທົ່ວປະເທດຢ່າງເສລີ ຢູ່ແຕ່ລະປະເທດ ອິນດູຈີນ ເພື່ອກ້າວໄປສູ່ການໂຮມປະເທດຊາດເປັນເອກະພາບ.