ວີດີໂອ
ສະຫາຍ ເລຂາທິການໃຫຍ່ ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນພະຊົນ ແລະ ປະທານ ໂຮ່ຈີມິນ
ທ່າມກາງບັນຍາກາດແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ ຕ້ອນຮັບບຸນເຕັດປະເພນີ 2026, ໃນວັນທີ 16 ກຸມພາ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ທຳພິທີໄຕ້ທູບທຽນ ຖະຫວາຍດອກໄມ້ ເພື່ອລະນຶກເຖິງບຸນຄຸນຂອງບັນດາບັນພະບຸລຸດຂອງຊາດ ຢູ່ທີ່ພະລາຊະວັງ ທັງລອງ ແລະ ລະນຶກເຖິງປະທານ ໂຮ່ຈີມິນ ຢູ່ທີ່ເຮືອນເລກທີ 67, ເຊິ່ງເປັນສ່ວນໜຶ່ງຂອງເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ທີ່ນະຄອນຫຼວງ ຮ່າໂນ້ຍ.