ວີດີໂອ
ພື້ນຖານດີຈີຕອນ ນຳເອົາຜະລິດຕະພັນພິເສດ ຂອງ ຮ່າຕິ໋ງ ເຂົ້າເຖິງຕະຫຼາດທີ່ກວ້າງຂວາງກວ່າ
ຫຼາຍກວ່າ 200 ຜະລິດຕະພັນ
OCOP ກຳລັງໄດ້ຮັບການໂຄສະນາ ຜ່ານບັນດາພື້ນຖານດີຈີຕອນ ໃນຂະນະທີ່
ແຂວງ ຮ່າຕິ໋ງ ຢູ່ພາກກາງ ໄດ້ຍູ້ແຮງຄວາມພະຍາຍາມ ເປີດກວ້າງຕະຫຼາດ
ສຳລັບບັນດາຜະລິດຕະພັນກະສິກຳ ແລະ ຜະລິດຕະພັນພິເສດ ຂອງທ້ອງຖິ່ນ. ໂດຍຜ່ານການເຊື່ອມຕໍ່
ບັນດາຜູ້ຜະລິດ ກັບ ບັນດາເວທີການຄ້າເອເລັກໂຕຣນິກ ແລະ ຈັດບັນດາ
ການຂາຍສິນຄ້າດ້ວຍການຖ່າຍທອດສົດ (Mega Live) ຢູ່ທີ່ເຂດຜະລິດ,
ແຂວງ ກຳລັງນຳເອົາບັນດາຜະລິດຕະພັນທ້ອງຖິ່ນ ເຂົ້າໃກ້ກັບຜູ້ບໍລິໂພກໃນທົ່ວປະເທດ,
ພ້ອມທັງເປີດບັນດາໂອກາດການຂາຍໃໝ່.