ວີດີໂອ
ບັນດາເຂດມໍລະດົກ ຢູ່ ນິງບິ່ງ ສ້າງຄວາມປະທັບໃຈສຳລັບຜູ້ແທນສາກົນ
ທິວທັດທຳມະຊາດທີ່ງົດງາມ ແລະ ມໍລະດົກວັດທະນະທຳອັນອຸດົມສົມບູນ ຂອງແຂວງ ນິງບິ່ງ ໄດ້ສ້າງຄວາມປະທັບໃຈຢ່າງແຮງສຳລັບຜູ້ແທນສາກົນ ທີ່ມາຢ້ຽມຢາມ ກຸ່ມປູສະນີຍະສະຖານ ທັດສະນີຍະພາບ ຈ່າງອານ. ປະສົບການໃນໄລຍະມໍ່ໆມານີ້ ຂອງພວກເພິ່ນ ໄດ້ຢືນຢັນຄືນໃໝ່ ຄວາມດຶງດູດໃຈ ແລະ ຖານະບົດບາດໃນລະດັບໂລກ ຂອງ ມໍລະດົກໂລກ ຢູແນັສໂກແຫ່ງນີ້ ໃນຖານະເປັນໜຶ່ງໃນຈຸດໝາຍປາຍທາງແຖວໜ້າ.