ວີດີໂອ
ບັນດາອະນຸສອນສະຖານທີ່ສ້າງຂີດໝາຍປະຫວັດສາດ ຂອງປະທານ ໂຮ່ຈີມິນ
ເດືອນພຶດສະພາ ໄດ້ນຳມາເຊິ່ງຄວາມຊົງຈຳ ແລະ ຄວາມເຄົາລົບນັບຖືຢ່າງເລິກເຊິ່ງ ໃນຂະນະທີ່ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ, ຜູ້ນຳທີ່ໄດ້ອຸທິດຕົນຕະຫຼອດຊີວິດ ເພື່ອເອກະລາດຂອງຊາດ ແລະ ຄວາມສຸກຂອງປະຊາຊົນ. ວັນຄ້າຍວັນເກີດ ຄົບຮອບ 136 ປີ ຂອງເພິ່ນ ບໍ່ພຽງແຕ່ແມ່ນໄລຍະເວລາແຫ່ງການລະນຶກເຖິງເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອທົບທວນຄືນບັນດາຄຸນຄ່າທີ່ເພິ່ນໄດ້ປະໄວ້ໃຫ້ ເຊິ່ງເປັນສ່ວນໜຶ່ງຂອງມໍລະດົກທາງດ້ານຈິດໃຈຂອງ ຫວຽດນາມ.