ວີດີໂອ
ນາຍົກລັດຖະມົນຕີ ຊຸກຍູ້ການຮ່ວມມື ຫວຽດນາມ - ເບລາຣຸດ ໃຫ້ແຂງແຮງກວ່າເກົ່າ ໃນການກວດສອບ ນິຕິວິທະຍາ
ໃນວັນທີ 2 ເມສາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Volkov Alexei Aleksandrovich, ປະທານຄະນະກຳມະການ ກວດສອບ ນິຕິວິທະຍາ ແຫ່ງລັດ ເບລາຣຸດ. ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື ໃຫ້ແຂງແຮງ ກວ່າເກົ່າ ໃນຂະ ແໜງການກວດສອບ ນິຕິວິທະຍາ ລະຫວ່າງສອງປະເທດ.
