ວີດີໂອ
ນັກທ່ອງທ່ຽວຫຼັ່ງໄຫຼໄປທ່ຽວຊົມບັນດາເຂດປູຊະນີຍະສະຖານຢູ່ ຮ່າໂນ້ຍ ໃນຊ່ວງບຸນເຕັດ
ໃນຊ່ວງບຸນເຕັດປະເພນີສົກນີ້, ຮ່າໂນ້ຍ ໄດ້ເປີດໃຫ້ເຂົ້າຊົມຟຣີຢູ່ 17 ເຂດປູຊະນີຍະສະຖານທາງປະຫວັດສາດ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດ ໃນທົ່ວທັງນະຄອນ ນັບແຕ່ວັນທີ 20 ຫາ 22 ກຸມພາ (ກົງກັບວັນທີ 4 ຫາ 6 ເດືອນຈຽງ ໄລ່ຕາມຈັນທະຄະຕິ), ເພື່ອຊຸກຍູ້ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສືບຕໍ່ການທ່ຽວຊົມທິວທັດ ຍາມລະດູບານໃໝ່ ຈົນຮອດທ້າຍຊ່ວງພັກບຸນເຕັດ. ຫຼາຍຈຸດໝາຍປາຍທາງໄດ້ບັນທຶກຈຳນວນນັກທ່ອງທ່ຽວທີ່ມາຢ່າງໜາແໜ້ນຢ່າງບໍ່ເຄີຍມີມາກ່ອນ.