ວີດີໂອ
ນະວັດຕະກຳດີຈີຕອນ ເຮັດໃຫ້ມໍລະດົກຂອງ ຫວຽດນາມ ກັບຄືນມາມີຊີວິດຊີວາ
ໂຄງການລະດັບຊາດ ກ່ຽວກັບການຫັນເປັນ ດີຈີຕອນ ໃນຂະແໜງການວັດທະນະທຳ ຮອດປີ 2030 ແລະ ວິໄສທັດຮອດປີ 2045 ທີ່ຫາກໍ່ໄດ້ຮັບການປະກາດໃຊ້ເມື່ອບໍ່ດົນມານີ້, ຄາດວ່າຈະເປັນກຳລັງຊຸກຍູ້ທີ່ສຳຄັນ ໃຫ້ແກ່ບັນດາສະຖາບັນວັດທະນະທຳ, ໂດຍສະເພາະແມ່ນຫໍພິພິທະພັນ ແລະ ໂຮງຮຽນສິລະປະ ໃນການປ່ຽນແປງແນວຄວາມຄິດ ກ່ຽວກັບວິທີການພົວພັນກັບມວນຊົນ ໃຫ້ມີຄວາມແທດເໝາະກັບຍຸກສະໄໝ.