ວີດີໂອ
ຊ່າງຝີມືຜູ້ຮັກສາໄຟອາຊີບຜະລິດເຄື່ອງປັ້ນດິນເຜົາມູນເຊື້ອ ກິມລານ
ແປວໄຟສາມາດເຜົາເຄື່ອງປັ້ນດິນເຜົາໃຫ້ສຸກໄດ້. ແຕ່ການຮັກສາອາຊີບມູນເຊື້ອຄົງຕົວຜ່ານເດືອນຫຼາຍປີ ຕ້ອງການແປວໄຟອື່ນອີກປະເພດໜຶ່ງນັ້ນຄື: ຄວາມຫຼົງໄຫຼ ແລະ ຄວາມທຸ້ມເທ. ເປັນເວລາຫຼາຍກວ່າ 35 ປີຜ່ານມາ, ນັກສິລະປິນດີເດັ່ນ ດາວຫວຽດບິ່ງ ໄດ້ທຸ້ມເທກຳລັງກາຍ ແລະ ໃຈທັງໝົດຂອງຕົນ ເພື່ອຕິດພັນກັບດິນ, ນ້ຳເຄືອບ ແລະ ໄຟ ໃນການອະນຸລັກມໍລະດົກ ຂອງ ໝູ່ບ້ານເຄື່ອງປັ້ນດິນເຜົາ ກິມລານ ທີ່ມີອາຍຸພັນປີ. ຄວາມພະຍາຍາມຂອງເພິ່ນ ໄດ້ສູມໃສ່ການອະນຸລັກຮັກສາ ອາຊີບມູນເຊື້ອ ທີ່ບັນພະບູລຸດ ໄດ້ສືບທອດມາໃຫ້ ແລະ ນຳເອົາມໍລະດົກດັ່ງກ່າວ ເຂົ້າເຖິງຜູ້ຊົມຢ່າງກວ້າງຂວາງກວ່າ.