ວີດີໂອ
ຊາ ຖ໋າຍງວຽນ ມຸ່ງໝັ້ນຍົກສູງເຄື່ອງໝາຍການຄ້າ ໃຫ້ເຂັ້ມແຂງກວ່າເກົ່າ
ດ້ວຍເນື້ອທີ່ປູກຊາທີ່ໃຫຍ່ທີ່ສຸດ ແລະ ມີມູນຄ່າຜະລິດຕະພັນຕໍ່ເຮັກຕາ ສູງທີ່ສຸດໃນທົ່ວປະເທດ, ແຂວງ ຖ໋າຍງວຽນ ທາງພາກເໜືອ ພວມຍູ້ແຮງການຫັນເປັນດີຈີຕອນ ແລະ ການປະຕິບັດຕາມມາດຕະຖານ VietGAP ເພື່ອເຮັດໃຫ້ເຄື່ອງໝາຍການຄ້າຊາຂອງຕົນມີຄວາມເຂັ້ມແຂງ. ດ້ວຍການເຊື່ອມໂຍງລະຫວ່າງການຜະລິດ ກັບການປຸງແຕ່ງຢ່າງເລິກເຊິ່ງ ແລະ ການທ່ອງທ່ຽວແບບປະສົບການ, ແຂວງດັ່ງກ່າວ ມຸ່ງໝັ້ນທີ່ຈະນຳເອົາຜະລິດຕະພັນຊາຂອງຕົນ ກ້າວໄປສູ່ຕະຫຼາດສາກົນໃຫ້ກວ້າງຂວາງກວ່າເກົ່າ.