ວີດີໂອ
ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຮັກສາຮີດຄອງປະເພນີ ໄປພ້ອມໆ ກັບການເຊື່ອມໂຍງ
ໃນວັນທີ 9 ກຸມພາ, ສະມາຄົມຊາວ ຫວຽດນາມ ຢູ່ທີ່ນະຄອນ ອູຟາ (Ufa), ປະເທດ ຣັດເຊຍ, ໄດ້ຈັດພິທີສະເຫຼີມສະຫຼອງບຸນເຕັດປະເພນີ ຢູ່ທີ່ຫໍວັດທະນະທຳສູນກາງຂອງນະຄອນ, ເພື່ອຕ້ອນຮັບປີມະເມຍ ຮ່ວມກັບປະຊາຄົມທ້ອງຖິ່ນ. ເຫດການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໝາຍເຖິງການມາຮອດຂອງລະດູບານໃໝ່ເທົ່ານັ້ນ, ແຕ່ຍັງຊ່ວຍແນະນຳຮີດຄອງປະເພນີວັດທະນະທຳທີ່ສຳຄັນຂອງ ຫວຽດນາມ ໃຫ້ແກ່ມວນຊົນໃນສັງຄົມຂອງປະເທດເຈົ້າພາບອີກດ້ວຍ.