ວີດີໂອ
ຈັດພິທີຕ້ອນຮັບຢ່າງເປັນທາງການ ຜູ້ນຳຂັ້ນສູງ ຫວຽດນາມ ຢູ່ ຝຣັ່ງ
ໃນຕອນແລງວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບ ສະຫາຍໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ພັນລະຍາ ໄດ້ດຳເນີນໄປຢ່າງສົມກຽດ ຕາມຮູບແບບພິທີການຂັ້ນລັດ ຢູ່ ວັງ Invalides ໃນ ນະຄອນຫຼວງ ປາຣີ, ໃນຂອບເຂດການຢ້ຽມຢາມ່ປະເທດ ສ ຝຣັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອະວະກາດສາກົນ ຕາມຄຳເຊີນຂອງ ທ່ານ ປະທານາທິບໍດີ ຝຣັ່ງ Emmanuel Macron.