ວີດີໂອ
ງານວາງສະແດງສິລະປະທີ່ມີຫົວຂໍ້ “ມ້າ” ດຶງດູດນັກທ່ອງທ່ຽວໃນໂອກາດລະດູບານໃໝ່ ຢູ່ຮ່າໂນ້ຍ
ທ່າມກາງບັນຍາກາດງານບຸນຂອງວັນຕົ້ນລະດູບານໃໝ່, ເຂດອ້ອມຮອບໜອງ ຮວ່ານກ໋ຽມ ເຊິ່ງເປັນຫົວໃຈຂອງຮ່າໂນ້ຍ – ໄດ້ກາຍເປັນສະຖານທີ່ທາງວັດທະນະທຳທີ່ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວຢ່າງຫຼວງຫຼາຍ. ຕາມເສັ້ນທາງຍ່າງ, ງານວາງສະແດງສິລະປະ “ມ້າດ້າວ” ແມ່ນມີຄວາມພົ້ນເດັ່ນເປັນຢ່າງຍິ່ງ. ດ້ວຍແຮງບັນດານໃຈຈາກ “ມ້າ” – ເຊິ່ງເປັນສັດ ທີ່ຕິດພັນຢ່າງເລິກເຊິ່ງກັບປະຫວັດສາດ, ວັດທະນະທຳ ແລະ ຊີວິດທາງດ້ານຈິດວິນຍານຂອງຊາວ ຫວຽດນາມ – ງານວາງສະແດງໄດ້ສ່ອງແສງໃຫ້ເຫັນເຖິງເສັ້ນທາງຂອງ “ມ້າສັກສິດ" ຈາກຕຳນານ ແລະ ປະຫວັດສາດ ໄປສູ່ຄວາມເຊື່ອຖື ແລະ ການພັດທະນາທາງດ້ານການຄ້າ.