ວີດີໂອ
ການຮ່ວມມື ດ້ານການສຶກສາ ຫວຽດນາມ - ອົດສະຕຣາລີ ກ້າວເຂົ້າສູ່ ໄລຍະໃໝ່
ເຄີຍແມ່ນ ເສົາຄ້ຳ ຢູ່ໃນສາຍພົວພັນ ຫວຽດນາມ - ອົດສະຕຣາລີ, ການຮ່ວມມື ດ້ານການສຶກສາ ໃນປັດຈຸບັນ ພວມພ້ອມແລ້ວທີ່ຈະກ້າວເຂົ້າສູ່ ໄລຍະໃໝ່ ອັນເຕັມໄປດ້ວຍຄວາມຫວັງ. ການຮ່ວມມືດັ່ງກ່າວ ພວມມີການປ່ຽນແປງ ກ້າວພົ້ນ ຂອບເຂດ ການສົ່ງນັກສຶກສາ ຫວຽດນາມ ໄປຮຽນຢູ່ ອົດສະຕຣາລີ, ມຸ່ງສູ່ ການສ້າງຊັບພະຍາກອນມະນຸດ ຄຸນນະພາບສູງ, ສົ່ງເສີມ ການຄົ້ນຄວ້າຮ່ວມກັນ, ພັດທະນາ ເຕັກໂນໂລຊີ ແລະ ສ້າງວິທີການແກ້ໄຂຕົວຈິງ ໃຫ້ແກ່ ບັນດາສິ່ງທ້າທາຍ ດ້ານເສດຖະກິດ.