ວີດີໂອ
ການສົ່ງເສີມການຄ້າແບບດີຈີຕອນ ແມ່ນຊ່ອງທາງທີ່ມີປະສິດທິຜົນ ໃນການເຊື່ອມໂຍງວິສາຫະກິດ
ທ່າມກາງສະພາບການຄ້າທົ່ວໂລກທີ່ມີຄວາມຜັນຜວນ, ຕົ້ນທຶນດ້ານໂລຈິສຕິກ (Logistics) ສູງຂຶ້ນ ແລະ ສິ່ງກີດຂວາງທາງດ້ານພູມສາດທີ່ກວ້າງຂຶ້ນ, ບັນດາວິທີການສົ່ງເສີມການຄ້າແບບດັ້ງເດີມ ແມ່ນພວມເຜີຍໃຫ້ເຫັນຂໍ້ຈຳກັດຢ່າງຈະແຈ້ງ. ການຫັນປ່ຽນໄປສູ່ບັນດາເວທີດີຈີຕອນ ໄດ້ຮັບການຕີລາຄາວ່າແມ່ນທ່າອ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້, ເຊິ່ງຊ່ວຍໃຫ້ບັນດາວິສາຫະກິດເຂົ້າເຖິງຕະຫຼາດໄດ້ຢ່າງຄ່ອງຕົວ, ພ້ອມທັງຍົກສູງປະສິດທິພາບໃນການເຮັດທຸລະກຳໃຫ້ດີຂຶ້ນ.