ວີດີໂອ
ການທ່ອງທ່ຽວ ຫວຽດນາມ ຮັກສາທ່າຂະຫຍາຍຕົວຢ່າງແຂງແຮງ
ຂະແໜງການທ່ອງທ່ຽວ ຫວຽດນາມ ໄດ້ບັນທຶກສະຖິຕິການເຕີບໂຕຢ່າງແຂງແຮງ ຕິດຕໍ່ກັນເປັນເວລາ 3 ເດືອນ ດ້ວຍຈຳນວນນັກທ່ອງທ່ຽວສາກົນ ຫຼາຍກວ່າ 2 ລ້ານເທື່ອຄົນຕໍ່ເດືອນ. ໃນເດືອນມັງກອນ, ຫວຽດ ນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ ເກືອບ 2,45 ລ້ານເທື່ອຄົນ ແລະ ຈາກນັ້ນແມ່ນຫຼາຍກວ່າ 2,2 ລ້ານເທື່ອຄົນໃນເດືອນ ກຸມພາ - ເຊິ່ງແມ່ນການເພີ່ມຂຶ້ນຢ່າງກ້າວກະໂດດ ທີ່ຫາຍາກໃນຮອບຫຼາຍປີຜ່ານມາ.
