• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ໝູ່ບ້ານອາຊີບ ຜະລິດເກີບໜັງ ຝູ໋ອຽນ ແກ້ໄຂຄວາມຂອດ ໃນການສົ່ງອອກ

ທ່າມກາງສະພາບການ ໝູ່ບ້ານອາຊີບຫຼາຍແຫ່ງພວມປະສົບ ຄວາມຫຍຸ້ງຍາກຍ້ອນການແຜ່ລະບາດ ຂອງ ໂຄວິດ-19, ໝູ່ ບ້ານອາຊີບ ຜະລິດເກີບໜັງ ຝູ໋ອຽນ, ເມືອງ ຝູ໋ຊວຽນ, ຮ່າໂນ້ຍ ໄດ້ມີແຜນພັດທະນາຢ່າງກ້າວກະໂດດ, ປ່ຽນໃໝ່ແນວຄິດ, ວິທີການເຮັດ, ລົງທຶນ ດ້ານເຕັກໂນໂລຊີ, ສ້າງຊ່ອງທາງ ການຈຳໜ່າຍ ທ່ີຫຼາກຫຼາຍ ແລະ ຊອກຫາຕະຫຼາດສົ່ງອອກ.   
ເມື່ອການລະບາດ ຂອງ ໂຄວິດ-19 ເກີດຂຶ້ນ, ພວກຂ້າພະເຈົ້າ ກັບເມືອ ຝູ໋ອຽນ ເພື່ອເບິ່ງສະຖານປະກອບທຸລະກິດ ຂອງ ຄອບຄົວທ່ານນາງ ຫງວຽນທິຍ້ານ, ຊຶ່ງເປັນໜຶ່ງໃນຖານປະກອບ ການຜະລິດເກີບແຕະ ທີ່ມີຊື່ສຽງ ໃນຊຸມຊົນ. ພວກເຮົາສັງເກດ ເຫັນວ່າ ໄດ້ມີການປ່ຽນແປງທາງດ້ານແນວຄິດ, ວິທີເຮັດ. ທີ່ ໂຮງງານຜະລິດ, ສ່ວນຫຼາຍບັນດາຂັ້ນຕອນການຜະລິດ ຕາມ ແບບຫັດຖະກຳ ໃນເມື່ອກ່ອນ ໄດ້ປ່ຽນແທນດ້ວຍລະບົບ ເຄື່ອງຈັກທີ່ທັນສະໄໝ, ປັດຈຸບັນ ຜະລິດເກີບໄດ້ 1.700 1.800 ຄູ່ ຕໍ່ມື້. ໂຮງງານຜະລິດ ມີກຳມະກອນ ຖາວອນ 25 ຄົນ, ໄດ້ຮັກສາໄລຍະຫ່າງ ໃນເວລາທຳການຜະລິດ ເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງ ໂຄວິດ-19. 

ຕາມທ່ານນາງ ຍ້ານ ແລ້ວ, ໂຮງງານແຫ່ງນີ້ ມີການປ່ຽນແປງ ຢ່າງກະໂດດຂັ້ນ ຍ້ອນໄດ້ຮັບການປຶກສາຂອງ ຄູ່ຮ່ວມມື ສະໜອງອຸປະກອນຮັບໃຊ້ການຜະລິດເກີບໜັງ ທີ່ມາຈາກຕ່າງປະເທດ. ເຂົາເຈົ້າເວົ້າວ່າ “ຢາກສົ່ງອອກ ຜະລິດຕະພັນ ໄປຍັງ ຕ່າງປະເທດໄດ້, ແນ່ນອນວ່າ ຕ້ອງປ່ຽນໃໝ່ເຕັກໂນໂລຊີ”. ປັດຈຸບັນ, ທ່ານນາງ ຍ້ານ ພ້ອມກັບ ບັນດາຄູ່ຮ່ວມມືຂອງຕົນ ພວມລົງທຶນສ້າງຕ່ອງໂສ້ຜະລິດເກີບ ກິລາ. ຄາດວ່າ ໃນໄຕມາດ 3 ຂອງ ປີນີ້ ຈະໄດ້ເປີດທໍາການຜະລິດຢ່າງເປັນທາງການ ແລະ ຈ້າງຜູ້ຊ່ຽວຊານ ຕ່າງປະເທດ ມາບັນຊາເຄື່ອງຈັກ ການຜະລິດ. 

ຕາມການສະຖິຕິ ຂອງ ອຳນາດການປົກຄອງຕາແສງ ຝູ໋ອຽນ ທົ່ວຕາແສງ ມີທັງໝົດ 4 ບ້ານ, ແຕ່ມີ 3 ບ້ານໄດ້ເຂົ້າຮ່ວມໃນ ການຜະລິດເກີບ. ຜູ້ສະໜອງອຸປະກອນຮັບໃຊ້ໃຫ້ການຜະລິດ ເກີບ ໃຫ້ແກ່ໝູ່ບ້ານອາຊີບ ແຫ່ງນີ້ ມີທັງໝົດ 35 ຄອບຄົວ. ຜູ້ ຜະລິດ ແລະ ເຮັດທຸລະກິດ ເອກະເທດ ໃນທົ່ວຕາແສງ ມີທັງ ໝົດກວ່າ 300 ຄອບຄົວ. ຜູ້ເຂົ້າຮ່ວມໃນການ ຜະລິດເກີບໜັງ ໂດຍກົງ ມີທັງໝົດກວ່າ 2.000 ຄົນ. 


ດ້ວຍການຊ່ວຍເຫຼືອຈາກທ້ອງຖິ່ນ ແລະ ສະມາຄົມ ເກີບໜັງ ຫວຽດນາມ, ຊາວບ້ານ ຝູ໋ອຽນ ຫຼາຍຄົນໄດ້ຫັນການເຄື່ອນໄຫວ
ເຮັດທຸລະກິດ ແຕ່ຂະໜາດນ້ອຍມາເປັນຂະໜາດໃຫຍ່. ພາບ: ແທງຢາງ/VNP



ຮູບແບບເກີບໜັງ ຢູ່ ຝູ໋ອຽນ ກໍາລັງໃນຂັ້ນຕອນສໍາເລັດ. ພາບ: ແທງຢາງ/VNP.


ທີ່ໂຮງງານຜະລິດຂອງນາງ ຫງວຽນທິຍ້ານ, ບັນດາຂັ້ນຕອນ ການຜະລິດຕາມແບບຫັດຖະກຳ ໃນເມ່ືອກ່ອນ, ປັດຈຸ ບັນ ໄດ້ປ່ຽນແທນ ດ້ວຍລະບົບເຄື່ອງຈັກ ທີ່ຜະລິດ ແບບອັດຕະໂນມັດ. ພາບ: ແທງຢາງ/VNP

ພື້ນເກີບ ໄດ້ຫຍິບດ້ວຍເຄື່ອງຈັກ. ພາບ: ແທງຢາງ/VNP

ໝູ່ບ້ານ ອາຊີບແຫ່ງນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍຄົນ. ພາບ: ແທງຢາງ/VNP

ພວກຂ້າພະເຈົ້າຮູ້ປະຫຼາດໃຈ ເມື່ອໄດ້ຟັງ ທ່ານ ຫງວຽນດ້ານຮວານ, ເລຂາຄະນະພັກຕາແສງ ຝູ໋ອຽນ ກ່າວກ່ຽວກັບລາຍຮັບ ຕໍ່ຫົວຄົນ ໂດຍໃຫ້ຮູ້ວ່າ ເງິນເດືອນ ຂອງ ຜູ້ທຳອາຊີບຜະລິດ ເກີບ ຢູ່ທີ່ນີ້ແມ່ນ 7-10 ລ້ານ ດົ່ງຕໍ່ເດືອນ. ພິເສດ, ໃນຂັ້ນຕອນ ການຜະລິດ, ບັນດາຄອບຄົວ ທີ່ທຳອາຊີບຜະລິດເກີບ ໃນຕາແສງ ລ້ວນແຕ່ ປະຕິບັດຂໍ້ກຳນົດ ກ່ຽວກັບການປ້ອງກັນ ແລະ ຕ້ານການແຜ່ລະບາດ ຂອງ ໂຄວິດ-19 ຂອງລັດຖະບານ ຢ່າງເຂັ້ມງວດ, ສະນັ້ນເຖິງປັດຈຸບັນ, ໃນຕາແສງ ຍັງບໍ່ມີກໍລະນີໃດ ຕິດພະຍາດ ໂຄວິດ-19.  

ໝູ່ບ້ານອາຊີບ ຜະລິດເກີບໜັງ ມູນເຊື້ອ ຢູ່ຕາແສງ ຝູ໋ອຽນ ໄດ້ ຫຼາຍຄົນຮູ້ຈັກຕັ້ງແຕ່ສະໄໝ ຝຣັ່ງ. ອີງຕາມການບອກເລົ່າ ຂອງ ຊາວບ້ານໃຫ້ຮູ້ວ່າ ດັ້ງເດີມເຈົ້າຂອງ ຜະລິດເກີບ ເປັນນັກຕະຫຼົກ ຢູ່ ຫາຍຝ່ອງ,  ແຕ່ຈາກຄວາມຕ້ອງການ ຂອງ ສັງຄົມ ທ່ີ ນັບມື້ສູງຂຶ້ນໃນສະໄໝນັ້ນ, ທ່ານ ຫງວຽນເລືອງມາກ ໄດ້ມີ ການສຶກສາ ແລະ ຫັນຈາກການຜະລິດເກີບຜ້າ ມາຜະລິດ ເກີບໜັງ. ຫຼັງຈາກນັ້ນ ເພິ່ນໄດ້ຖ່າຍທອດອາຊີບ ຄືນໃຫ້ ແກ່ລູກຫຼານ ແລະ ພັດທະນາອາຊີບ ດັ່ງກ່າວຈົນເຖິງປັດຈຸບັນ. 

ປີ 1960, ຝູ໋ອຽນ ຈຶ່ງສ້າງຕັ້ງສະຫະກອນຜະລິດ ແລະ ສົ່ງອອກ ເກີບທຸກປະເພດ ໄປຍັງບັນດາປະເທດ ເອີຣົບຕາເວັນອອກ. ຫຼັງປີ 1986, ໝູ່ບ້ານອາຊີບ ຜະລິດເກີບໜັງ ຝູ໋ອຽນ ເລີ່ມມີ ບາດກ້າວພັດທະນາໃໝ່ ພ້ອມກັບ ກິດຈະການປ່ຽນແປງໃໝ່ ຂອງ ປະເທດຊາດ. ແຕ່ປີ 1996, ໝູ່ບ້ານອາຊີບຜະລິດເກີບໜັງ ຝູ໋ອຽນ ຈຶ່ງພັດທະນາຢ່າງ ແຂງແຮງ. ປະລິມານການຜະລິດເກີບ ສາມາດບັນລຸ 5-6 ລ້ານຄູ່ຕໍ່ປີ.  ປັດຈຸບັນ, ເກີບໜັງ ຝູ໋ອຽນ ໄດ້ມີຂາຍຢູ່ທົ່ວທຸກແຂວງ, ນະຄອນ ຢູ່ພາຍໃນ ແລະ ຍັງສົ່ງອອກໄປຍັງບັນດາປະເທດພວມພັດທະນາຄື: ລາວ, ກຳປູເຈຍ, ທະວີບ ອາຟຣິກກາ... 








ເກີບ ໄດ້ເຮັດຈາກ ໜັງ ທີ່ມີຄຸນນະພາບສູງ ແລະ ມີຫຼາກຫຼາຍປະເພດ. ພາບ: ແທງຢາງ/VNP


ຜະລິດຕະພັນເກີບ ທີ່ໄດ້ເຮັດຢູ່ ຝູ໋ອຽນ. ພາບ: ແທງຢາງ/VNP


ຜະລິດຕະພັນ ເກີບ ຂອງ ຝູ໋ອຽນ ຮັບໃຊ້ໃຫ້ແກ່ລູກຄ້າທັງຜູ້ຊາຍ ແລະ ຜູ້ຍິງ ດ້ວຍຮູບແບບ ແລະ ປະເພດແຕກຕ່າງກັນ. ພາບ: ແທງຢາງ/VNP


ລູກຄ້າເລືອກຊື້ ຜະລິດຕະພັນເກີບ ຢູ່ໂຮງງານຜະລິດ ເກີບ ຢຽນວຸຍ-ຝູ໋ຊວຽນ. ພາບ: ແທງຢາງ/VNP

ພິເສດ, ການພັດທະນາຂອງໝູ່ບ້ານຜະລິດເກີບໜັງ ຝູ໋ອຽນ ມີລະບົບການຄຸ້ມຄອງທີ່ເຂັ້ມແຂງ, ເປີດເຜີຍ ແລະ ເຄັ່ງຂັດ. ຕາມການແບ່ງປັນຂອງທ່ານ ຫງວຽນດ້າຍຮວານ ແລ້ວ, ທາງ ຕາແສງ ໄດ້ມີຫຼາຍແຜນການ ຈັດຕັ້ງ, ຊີ້ນຳຢ່າງ ມີປະສິດທິຜົນ ເພື່ອໃຫ້ປະຊາຊົນ ປະຕິບັດວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງ ໂຄວິດ-19 ຢ່າງເດັດຂາດ, ຮັບປະກັນ ເປົ້າໝາຍຄູ່ຂອງລັດຖະບານ “ທັງຕ້ານ ພະຍາດ, ທັງເຄື່ອນ ໄຫວຜະລິດ”. ປີ 2020, ທົ່ວຕາແສງ ມີ 4 ຜະລິດຕະພັນ OCOP ບັນລຸມາດຕະຖານ 4 ດາວ. ຄາດວ່າ ໃນປີ 2021, ຕາແສງ ຈະຈົດທະບຽນ 5 ຜະລິດຕະພັນ OCOP. 

ປັດຈຸບັນ, ທົ່ວຕາແສງ ມີໂຮງງານຜະລິດກວ່າ 100 ແຫ່ງ ໄດ້ ຈົດທະບຽນລິຂະສິດ ຜະລິດເກີບໜັງ ກັບກົມ ຊັບສິນທາງ ປັນຍາ. ຕາມທ່ານ ຮວານ ແລ້ວ, ນອກຈາກ ບັນດາຕະຫຼາດ ທີ່ເຄີຍ ສົ່ງອອກ, ໝູ່ບ້ານຫັດຖະກໍາແຫ່ງນີ້ ຍັງຢາກສົ່ງ ອອກຜະລິດຕະພັນໄປຍັງຕະຫຼາດໃໝ່ຄື: ອິນເດຍ, ໄທ, ມາເລເຊຍ, ສປ ຈີນ... ດ້ວຍຄວາມຫວັງ, ໃນເວລາຈະມາເຖິງ, ເກີບໜັງ ຝູ໋ອຽນ ສາມາດສົ່ງອອກໄປຍັງບັນດາປະເທດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຕະຫຼາດຈຳນວນ ໜຶ່ງອີກດ້ວຍ.  
 
ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top