• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ໂດຍສືບຕໍ່ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5, ໄດ້ດຳເນີນວາລະຊັກຖາມທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮວິ່ງແທ່ງດາດ. ບັນດາບັນຫາທີ່ຖືກຊັກຖາມນັ້ນ ແມ່ນປິ່ນອ້ອມມາດຕະການແກ້ໄຂດ້ານຸເຕັກໂນໂລຢີ ຢ່າງກະໂດດຂັ້ນ, ການພັດທະນາຂອງຕະຫຼາດເຕັກໂນໂລຢີ ຫວຽດນາມ.
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ XV (ພາບ: TTXVN)

ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮວິ່ງແທັ່ງດາດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ມີຫຼາຍເຕັກໂນໂລຢີໃໝ່ທີ່ກ້າວໜ້າ ໄດ້ໝູນໃຊ້ ແລະ ນໍາມາເຊິ່ງປະສິດທິຜົນໃນຂະແໜງສາທາລະນະສຸກ, ໂທລະຄົມມະນາຄົມ, ຄົມມະນາຄົມ. ບາງຂະແໜງມີກຳລັງແກ້ງແຍ້ງສາກົນ ແລະ ເຂົ້າຮ່ວມລະບົບມູນຄ່າການຜະລິດໄດ້ຢ່າງເລິກເຊິ່ງ, ບັນດາຜະລິດຕະພັນມີທ່າໄດ້ປຽບໃນການແກ້ງແຍ້ງ.

ເພື່ອເສີມຂະຫຍາຍໄດ້ທ່າໄດ້ປຽບດັ່ງກ່າວ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ມີມາດຕະການເພື່ອດຶງດູດແຫຼ່ງກຳລັງໃນການປະຕິບັດໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີຕື່ມອີກ. ນອກຈາກນັ້ນ, ທາງກະຊວງກໍຈະສະເໜີຕໍ່ນາຍົກລັດຖະມົນຕີດັດປັບກົນໄກ, ນະໂຍບາຍ, ຂໍ້ກຳນົດຕ່າງໆໃຫ້ເໝາະສົມກັບສະພາບການຕົວຈິງ, ຊຸກຍູ້ໂຄງການຊອກຫາ, ຖ່າຍທອດ, ເປັນເຈົ້າການ, ພັດທະນາເຕັກໂນໂລຢີຕ່າງປະເທດເຂົ້າມາ ຫວຽດນາມ.

ຢາກກ້າວກະໂດດຂັ້ນໃນການພັດທະນາວິທະຍາສາດເຕັກໂນໂລຢີ, ຕາມທ່ານລັດຖະມົນຕີແລ້ວ, ໜຶ່ງໃນບັນດາປັດໄຈແກ່ນສານ ແມ່ນ ຕ້ອງດຶງດູດໄດ້ຜູ້ມີຄວາມເກັ່ງກ້າສາມາດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຕ້ອງຍູ້ແຮງການສ້າງສະພາບແວດລ້ອມປະດິດຄິດສ້າງວິທະຍາສາດ.

“ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສ້າງສຳເລັດແຜນຮ່າງສ້າງຕັ້ງສູນໜູນຊ່ວຍການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ ຢູ່ 3 ນະຄອນ ຮ່າໂນ້ຍ, ດ່າໜັງ, ນະຄອນ ໂຮ່ຈີມິນ, ຄາດວ່າ ໃນເດືອນ ມິຖຸນາ ຫຼື ຕົ້ນເດືອນ ກໍລະກົດນີ້ ຈະປະກາດບັນດາຂໍ້ຕົກລົງວ່າດ້ວຍການສ້າງຕັ້ງບັນດາສູນດັ່ງກ່າວ”.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top