ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)
ນີ້ແມ່ນຄັ້ງທີສອງ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ມາຢ້ຽມຢາມ ຫວຽດນາມນັບແຕ່ປີ 2008. ຖ້າການຢ້ຽມຢາມ ຫວຽດນາມໃນປີ 2008 ສ່ວນຫຼາຍແມ່ນແລກປ່ຽນກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ບຣາຊິນ ໄດ້ຍົກລະດັບຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ພະຈິກ 2024.
ຫວຽດນາມ ແມ່ນປະເທດທຳອິດໃນອາຊຽນມີການພົວພັນຄູ່ຮ່ວມມືຍຸດທະສາດກັບ ບຣາຊິນຢູ່ພາກພື້ນອາເມລິກາໃຕ້, ຄ້າຍຄືກັນກັບປະເທດ ບຣາຊິນແມ່ນປະເທດທຳອິດໃນພາກກພື້ນນີ້ ຍົກການພົວພັນກັບຫວຽດນາມ ຂຶ້ນສູ່ລະດັບການພົວພັນຍຸດທະສາດ.
ຫັນເນື້ອໃນຄູ່ຮ່ວມມືຍຸດທະສາດເປັນລະອຽດ
ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Lula da Silva ແມ່ນໂອກາດເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ມຸ່ງໄປເຖິງການເຫັນດີເປັນເອກະພາບຫັນເນື້ອໃນການຮ່ວມມືຄູ່ຮ່ວມມືຍຸດທະສາດເປັນລະອຽດ, ປະຕິບັດບັນດາຄຳໝັ້ນສັນຍາດ້ານການເມືອງ. ສຳລັບ ຫວຽດນາມ, ການຢ້ຽມຢາມແມ່ນບາດລ້ຽວໃຫຍ່ໃນການຍູ້ແຮງການຮ່ວມມືກັບປະເທດທີ່ມີພື້ນຖານເສດຖະກິດໃຫຍ່ທີ່ສຸດດ້ວຍບົບບາດເປັນເສົາຄ້ຳ, ນຳພາຢູ່ ອາເມລິກາໃຕ້. ຈາກນັ້ນ, ອາດສາມາດຫັນບັນດາຄູ່ຮ່ວມມືເສດຖະກິດເປັນຫຼາຍຮູບຫຼາຍແບບ, ສ້າງໂອກາດຕື່ມອີກໃຫ້ແກ່ການພັດທະນາໃນບັນດາຂະແໜງ, ຂົງເຂດຫຼັກແຫຼ່ງ.
ການຢ້ຽມຢາມເໝາະສົມກັບແຜນນະໂຍບາຍທາງການທູດຂອງ ຫວຽດນາມ, ປະກອບສ່ວນຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ແຜນການ “ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດພາກພື້ນ ອາເມລິກາລາຕິນ ໃນໄລຍະ 2022 - 2026” ເປັນລະອຽດ, ຊຸກຍູ້ການປະຕິບັດຄຳໝັ້ນສັນຍາສາກົນ ແລະ ຫັນບັນດາຂອບເຂດການຮ່ວມມືໃໝ່ຢ່າງລະອຽດ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມໃນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາເມລິກາ ລາຕິນ, ພິເສດແມ່ນ ບຣາຊິນ.
ໃນການຢ້ຽມຢາມ, ການນຳສອງປະເທດຈະສຸມໃສ່ແລກປ່ຽນກຳນົດທິດການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ພະລັງງານທົດແທນ, ອຸດສາຫະກຳປຸງແຕ່ງປະດິດສ້າງ, ກະສິກຳເຕັກໂນໂລຢີສູງ, ເຊື້ອເພິງຊີວະສາດ, ການສຶກສາບຳລຸງສ້າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສອງຝ່າຍຈະດຳເນີນການປຶກສາຫາລື, ວາງອອກບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ເປີດກວ້າງຕະຫຼາດ ແລະ ເພີ່ມທະວີການລົງທຶນລະຫວ່າງສອງປະເທດ. ພິເສດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດຄາດວ່າຈະເຊັນບັນດາເອກະສານຮ່ວມມື, ສ້າງກອບນິຕິກຳສະດວກເພື່ອຊຸກຍູ້ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງແທດຈິງ, ນຳມາເຊິ່ງຜົນປະໂຫຍດຍາວນານໃຫ້ແກ່ທັງສອງຝ່າຍ. ຫວຽດນາມ ກໍ່ປາດຖະໜາຢາກ ບຣາຊິນ ຈະຮັບຮູ້ຂໍ້ກຳນົດເສດຖະກິດການຕະຫຼາດ ແລະ ຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີ FTA ລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ ((MERCOSUR))ໂດຍໄວ, ນີ້ແມ່ນບາດກ້າວບຸກທະລຸສຳຄັນເພື່ອເປີດກວ້າງການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນໃນອະນາຄົດ.
ນອກຈາກບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືເສດຖະກິດ ແລະ ການຄ້າ, ການຢ້ຽມຢາມຍັງເປີດໂອກາດເພື່ອໃຫ້ສອງປະເທດແລກປ່ຽນບົດຮຽນປະສົບການ, ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການທ່ອງທ່ຽວ, ການບິນ, ທ່າກຳປັ່ນ ແລະ logistics. ນີ້ແມ່ນບັນດາຂົງເຂດເຊິ່ງທັງສອງປະເທດລ້ວນແຕ່ມີຄວາມສາມາດບົ່ມຊ້ອນໃຫຍ່ ແຕ່ຍັງບໍ່ທັນຂຸດຄົ້ນໄດ້ໝົດ, ແລະ ການຍູ້ແຮງການຮ່ວມມືໃນບັນດາຂົງເຂດນີ້ ຈະປະກອບສ່ວນສ້າງການພັດທະນາຢ່າງແຮງກ່ວາອີກໃນການພົວພັນສອງຝ່າຍ.
ເປີດໄລຍະຮ່ວມມືຢ່າງໝັ້ນຄົງ, ແທ້ຈິງ ແລະ ມີປະສິດທິຜົນກ່ວາ
ໃນໂລກເຕັມໄປດ້ວຍຄວາມສັບສົນ, ມີໂຄງປະກອບທີມີຫຼາຍຮູບຫຼາຍແບບ, ຫຼາຍໃຈກາງ, ຫຼາຍລະດັບ, ມີການຜັນແປຢ່າງໄວວາ, ເລື່ອງ ຫວຽດນາມ ແລະ ບຣາຊິນ ຮ່ວມມືກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ, ຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໄປຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ຂຸດຄົ້ນ ແລະ ມາໃຊ້ຄວາມສາມາດບົ່ມຊ້ອນ, ລັກສະນະໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງສອງພື້ນຖານເສດຖະກິດເພື່ອຫັນເປັນຫຼາຍຮູບແບບ, ຫັນເປັນຫຼາຍຝ່າຍລະບົບການຕະຫຼາດແຮງງານ, ສິນຄ້າ, ອຸດສາຫະກຳ, ການບໍລິການ, ຜະລິດ, ການສະໜອງ ແລະ ການບໍລິໂພກລະຫວ່າງບັນດາປະເທດ ແມ່ນສຳຄັນທີ່ສຸດ.
ສອງປະເທດອາດຈະຮ່ວມມືເພື່ອຊຸກຍູ້ບັນດາຂໍ້ລິເລີ່ມທົ່ວໂລກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຮັກສາສັນຕິພາບ ແລະ ພັດທະນາແບບຍືນຍົງ. ດ້ວຍບັນດາກົນໄກຮ່ວມມືສາກົນໃນປັດຈຸບັນ, ສອງປະເທດອາດສາມາດປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍ ແລະ ບັນດາບັນຫາທົ່ວໂລກ, ພ້ອມທັງມານະພະຍາຍາມສ້າງໂລກແຫ່ງສັນຕິພາບ, ມີສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ, ການຮ່ວມມືຢ່າງແໜ້ນແຟ້ນ ແລະ ວິໄສທັດທີ່ຍາວໄກ, ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານປະທານາທິບໍດີ Lula da Silva ຈະເປີດໄລຍະຮ່ວມມືໃໝ່, ພັດທະນາຢ່າງແຮງ, ຍືນຍົງ, ແທ້ຈິງ ແລະ ມີປະສິດທິຜົນກ່ວາເກົ່າ. ການຢ້ຽມຢາມຄັ້ງນີ້ຈະເປີດຫຼາຍໂອກາດໃໝ່, ບໍ່ພຽງແຕ່ສຳລັບ ຫວຽດນາມ ແລະ ບຣາຊິນເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ວັດທະນາຖາວອນລວມຂອງພາກພື້ນ ແລະ ທົ່ວໂລກອີກດ້ວຍ.