• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​​ສົນ​ທິ​ສັນ​ຍາ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຕ້ານ​ການ​ມົນ​ລະ​ພິດ​​ຢາງປ​ຼາດ​ຕິກ

ວັນທີ 23 ເມສາ ການນຳຫຼາຍປະເທດ ແລະ ກຸ່ມບໍລິສັດໃຫຍ່ໃນໂລກ ໄດ້ເລີ່ມຕົ້ນການເຈລະຈາຮອບຕໍ່ໄປຂອງສົນທິສັນຍາທົ່ວໂລກກ່ຽວກັບການຕ້ານມົນລະພິດປຼາດຕິກ ຢູ່ນະຄອນ Ottawa ( ການາດາ), ດ້ວຍຄວາມຕັດສິນໃຈ ຮັດແຄບຄວາມບໍ່ລົງລອຍກັນເພື່ອບັນລຸໄດ້ເປົ້າໝາຍຮັບຮອງເອົາສົນທິສັນຍາໃນທ້າຍປີ 2024.
ຂີ້ເຫຍື້ອ ຢາງປຼາດຕິກ (ພາບ: Reuters)

ການເຈລະຈາຮອບທີ 4 ຂອງ ຄະນະກຳມະການເຈລະຈາລະຫວ່າງລັດຖະບານ (INC - 4) ໄດ້ດຳເນີນໃນລະຫວ່າງວັນທີ 23 – 29 ເມສາ ຢູ່ນະຄອນຫຼວງ Ottawa ( ການາດາ) ແມ່ນຮອບເຈລະຈາເກືອບສຸດທ້າຍຂອງ ບັນດາຝ່າຍເຂົ້າຮ່ວມການສ້າງສົນທິສັນຍາທົ່ວໂລກກ່ຽວກັບການຕ້ານມົນລະພິດຢາງປຼາດຕິກ (ສົນທິສັນຍາ), ເອກະສານນິຕິກຳມີລັກສະນະບັງຄັບທຳອິດໃນການຕໍ່ສູ້ຕ້ານມົນລະພິດຢາງປຼາດຕິກໃນໂລກ.

ສົນທິສັນຍາສຳຄັນທີ່ສຸດພາຍຫຼັງສົນທິສັນຍາ Paris 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ແນວຄວາມຄິດກ່ຽວກັບການສ້າງສົນທິສັນຍາທົ່ວໂລກກ່ຽວກັບການຕ້ານການມົນລະພິດຢາງປຼາດຕິກຄັ້ງທຳອິດໂດຍບັນດາປະເທດເຫັນດີເປັນເອກະພາບຜັນຂະຫຍາຍຢູ່ກອງປະຊຸມສະມັດຊາໃຫຍ່ ສິ່ງແວດລ້ອມ ສປຊ (UNEA) ໃນເດືອນມີນາ 2022, ຕາມນັ້ນແລ້ວບັນດາປະເທດຈະພ້ອມກັນສ້າງສົນທິສັນຍາ ມີລັກສະນະບັງຄັບທາງດ້ານນິຕິກຳ ເພື່ອສະກັດກັ້ນ ແລະ ມຸ່ງໄປເຖິງການລົບລ້າງມົນລະພິດຢາງປຼາດຕິກໃນໂລກ. ຕາມວິວັດທະນາການໂດຍ ສປຊ ວາງອອກແລ້ວ, ມີ 5 ຮອບເຈລະຈາ ໄດ້ດຳເນີນ ແລະ ເປົ້າໝາຍ ແມ່ນສົນທິສັນຍາຈະໄດ້ລົງນາມຢ່າງເປັນທາງການໃນທ້າຍປີນີ້. ຕາມທ່ານນາງ Inger Andersen ຜູ້ອຳນວຍການຝ່າຍບໍລິຫານຂອງໂຄງການສິ່ງແວດລ້ອມ ສປຊ UNEP ແລ້ວ, ນີ້ຈະແມ່ນຂໍ້ຕົກລົງສາກົນສຳຄັນທີ່ສຸດ ເຊິ່ງໂລກ ບັນລຸໄດ້ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດນັບແຕ່ພາຍຫຼັງສົນທິສັນຍາ ປາຣີ 2015, ຍ້ອນວ່າ ມົນລະພິດປຼາດຕິກ ແມ່ນ 1 ໃນບັນດາບັນຫາສິ່ງແວດລ້ອມຮ້າຍແຮງທີ່ສຸດເຊິ່ງໂລກ ຕ້ອງປະເຊີນໜ້າ.

ຕາມຂໍ້ມູນຂອງ UNEP ແລ້ວ, ປັດຈຸບັນ ໂລກໄດ້ຜະລິດປຼາດຕິກ 400 ລ້ານແມັດກ້ອນ/ປີ ແລະ ມີແຕ່ປະມານ 10%ໄດ້ຮັບການຜະລິດຄືນໃໝ່. ຖ້າບໍ່ມີມາດຕະການຈຳກັດ, ປະລິມານຢາງປຼາດຕິກໃນທົ່ວໂລກຈະເພີ່ມຂຶ້ນທົບ 3 ເທົ່າໃນປີ 2060, ເມື່ອບັນດາບໍລິສັດນ້ຳມັນ ຊອກຫາວິທີການຫັນແຫຼ່ງລາຍຮັບເປັນຫຼາຍຮູບແບບ ດ້ວຍບັນດາຜະລິດຕະພັນຢາງປຼາດຕິກ, ເຊິ່ງມີສ່ວນກ່ຽວພັນຢ່າງສະໜິດແໜ້ນກັບຂະແໜງກັນນ້ຳມັນ, ຕໍ່ໜ້າຄວາມກົດດັ່ນນຳໃຊ້ເຊື້ອເພິງຟອກຊິວ. ຊ້ຳບໍ່ໜຳ, ຕາມບັນດາການສຶກສາຄົ້ນຄ້ວາຂອງ UNEP ແລ້ວ, ມີທາດເຄມີ ປະມານ 13.000 ປະເພດໄດ້ພົບເຫັນໃນບັນດາຜະລິດຕະພັນຢາງປຼາດຕິກ ແລະ ປະມານ ¼ ໃນຈຳນວນທາດນີ້ ອາດະກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດ. ດັ່ງນັ້ນ, ຕາມທ່ານນາງ Inger Andersen ແລ້ວ, ສົນທິສັນຍາ ເຊິ່ງ ສປຊ ພວມມານະພະຍາຍາມກໍ່ສ້າງຈະນຳມາໃຫ້ບັນດາປະເທດ ວິທີການສຳຜັດກັບການແກ້ໄຂບັນຫາມົນລະພິດຢາງປຼາດຕິກ.

ສົນທິສັນຍາສະບັບນີ້ບໍ່ແມ່ນ ເຄື່ອງມືເພື່ອແກ້ໄຂບັນຫາມົນລະພິດຢາງປຼາດຕິກ ຈາກການຜະລິດຄືນໃໝ່ ຫຼື ການຄຸ້ມຄອງສິ່ງເສດເຫຼືອ ຢາງປຼາດຕິກເທົ່ານັ້ນ ຫາກຍັງແມ່ນການນຳໃຊ້ຕະຫຼອດຊີວິດຂອງ ຜະລິດຕະພັນຢາງປຼາດຕິກອີກດ້ວຍ. ສິ່ງນີ້ໝາຍຄວາມວ່າຕ້ອງຕີລາຄາຄືນລະບົບຢ່າງຄົບຖ້ວນ ນັບແຕ່ polymer ຮອດການຜະລິດ, ຈາກການຜະລິດຮອດຂັ້ນຕອນການຫີບຫໍ່.

ປັດຈຸບັນ, ພາຍຫຼັງ 3 ຮອບເຈລະຈາ, ສົນທິສັນຍາຍັງບໍ່ທັນບັນລຸໄດ້ຄວາມກ້າວໜ້າເທື່ອ. ຢູ່ຮອບເຈລະຈາຄັ້ງຫຼ້າສຸດ (INC - 3), ໄດ້ດຳເນີນຢູ່ນະຄອນຫຼວງ Nairobi ປະເທດ ເກນຢາ, ໃນລະຫວ່າງວັນທີ 13 – 19 ພະຈິກ 2023, ບັນດາຝ່າຍເຂົ້າຮ່ວມການເຈລະຈາຕ້ອງເປີດກວ້າງ ຮ່າງສົນທິສັນຍາແຕ່ 30 ໜ້າຂຶ້ນເປັນ 70 ໜ້າ ຍ້ອນມີຫຼາຍບັນຫາສ້າງຄວາມໂຕ້ຖຽງກັນ, ພ້ອມທັງຫຼາຍປະເທດຮຽກຮ້ອງຕ້ອງຮັບຮູ້ການປະຕິເສດບັນດາເປົ້າໝາຍມີຫຼາຍຄວາມມຸ່ງຫວັງ ໃນຮ່າງສົນທິສັນຍາສະບັບນີ້. ດັ່ງນັ້ນ, ຢູ່ INC – 4 ໄດ້ດຳເນີນໃນອາທິດນີ້ຢູ່ Ottawa, ມີການນຳກ່ວາ 3.500 ທ່ານມາຈາກບັນດາປະເທດ, ອົງການຈັດຕັ້ງ, ກຸ່ມບໍລິສັດດຳເນີນການຂົນຂວາຍ ພ້ອມກັບບັນດານັກວິທະຍາສາດ ແລະ ນັກຊ່ຽວຊານທາງດ້ານກົດໝາຍ ຈະຕ້ອງຊອກຫາວິທີການຮັດແຄບຄວາມບໍ່ລົງລອຍກັນ, ເຫັນດີເປັນເອກະພາບ ບາງບັນຫາລວມກ່ອນທີ່ຈະດຳເນີນຮອບເຈລະຈາສຸດທ້າຍທີ່ມີລັກສະນະຕັດສິນ (INC – 5), ທີ່ໄດ້ດຳເນີນໃນເດືອນພະຈິກ ຢູ່ນະຄອນ ບູຊານ (ສ.ເກົາຫຼີ)

ຄຳຖາມກ່ຽວກັບແງ່ຫວັງຂອງສົນທິສັນຍາ

ທ່ານປະທານາທິບໍດີແກນຢາ Willam Ruto (ພາບ: AFP/TTXVN)

ຕາມທ່ານ Andres Gomez-Carrion ປະທານ INC ແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດໃນປັດຈຸບັນ ໃນການບັນລຸໄດ້ສົນທິສັນຍາແມ່ນບັນດາຝ່າຍຍັງບໍ່ທັນກຳນົດໄດ້ຄວາມຫວັງຂອງສົນທິສັນຍາຢູ່ລະດັບໃດ. ປັດຈຸບັນ, ກຸ່ມບັນດາປະເທດຜະລິດຫຼາຍຜະລິດຕະພັນຢາງປຼາດຕິກ ແລະ ນ້ຳມັນຄື: ອາຣັບບິ ຊາອຸດິ, ອີຣານ, ຈີນ… ໄດ້ປະຕິເສດການນຳຂໍ້ກຳນົດຈຳກັດການຜະລິດຢາງປຼາດຕິກ ເຂົ້າສັນທິສັນຍາ ດ້ວຍສາຍເຫດການຈຳກັດປະລິມານຜະລິດຕະພັນຢາງປຼາດຕິກ ຈະເຮັດໃຫ້ລາຄາໃຊ້ສວຍທົ່ວໂລກເພີ່ມຂຶ້ນ, ສົ່ງຜົນກະທົບບໍດີຕໍ່ປະຊາຊົນ. ທັດສະນະນີ້ ໄດ້ຮັບການສະໜັບສະໜູນຈາກກຸ່ມຄູ່ຮ່ວມມືທົ່ວໂລກ ກ່ຽວກັບການໝູນວຽນ ຢາງປຼາດຕິກ (GPPC), ເຊິ່ງແມ່ນບ່ອນເຕົ້າໂຮມຫຼາຍກຸ່ມບໍລິສັດຢາງປຼາດຕິກ ແລະ ທາດເຄມີ ຂອງ ອາເມລິກາ ແລະ ສະຫະພາບ ເອີລົບ (EU). ໃນຂະນະນັ້ນ, ມີກຸ່ມອື່ນລວມມີກ່ວາ 60 ປະເທດ ໄດ້ຮັບຖືວ່າ ສຳພັນທະມິດທີ່ມີແງ່ຫວັງສູງ”, ໂດຍສະຫະພາບ ເອີລົບ (EU), ຍີ່ປຸ່ນ ແລະ ບາງປະເທດ ອື່ນນຳໜ້າ ຢາກໃຫ້ສົນທິສັນຍາຈຳກັດປະລິມານຢາງປຼາດຕິກໃນທົ່ວໂລກ,  ຫຼຸດຜ່ອນການນຳໃຊ້ຢາງປຼາດຕິກວັດຖຸດິບ ຢຸດຕິການນຳໃຊ້ ຜະລິດຕະພັນຢາງປຼາດຕິກເທື່ອໜຶ່ງ ແລະ ຫ້າມການນຳໃຊ້ທາດເຄມີຈຳນວນໜຶ່ງ.

ຕາມທ່ານປະທານາທິບໍດີແກນຢາ Willam Ruto, ເຊິ່ງເປັນປະທານເຈົ້າພາບຈັດຕັ້ງ INC – 3 ແລະ ແມ່ນໜຶ່ງໃນບັນດາປະເທດຕັ້ງໜ້າທີ່ສຸດໃນສຳພັນທະມິດແງ່ຫວັງສູງ”, ເພື່ອຊອກຫາສຽງເວົ້າລວມ, ບັນດາປະເທດຕ້ອງມີວິທີການສຳຜັດເມື່ອສ້າງສົນທິສັນຍາ, ນັ້ນແມ່ນມຸ່ງໄປເຖິງການປ່ຽນແປງຄວາມລຶ້ງເຄີຍມາແຕ່ຫຼາຍປີ ໃນການນຳໃຊ້ ຢາງປຼາດຕິກ:

ເພື່ອຮັບມືກັບການມົນລະພິດຢາງປຼາດຕິກ, ມວນມະນຸດຕ້ອງປ່ຽນແປງ. ພວກເຮົາຕ້ອງປ່ຽນແປງວິທີການນຳໃຊ້, ວິທີການຜະລິດ, ວິທີການກຳຈັດຂີ້ເຫຍື້ອ. ການປ່ຽນແປງແມ່ນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້ ແລະ ສົນທິສັນຍາເຊິ່ງ ພວກເຮົາໄດ້ສ້າງ ພຽງແຕ່ແມ່ນຕາໂສ້ນທຳອິດຂອງການປ່ຽນແປງ.

ນອກຈາກບັນດາການໂຕ້ຖຽງກັນລະຫວ່າງບັນດາປະເທດ, ມີປັດໄຈໜຶ່ງເຊິ່ງ ບັນດາຝ່າຍເຂົ້າຮ່ວມການເຈລະຈາ ຕ້ອງຄິດໄລເຖິງນັ້ນແມ່ນບົດບາດຂອງບັນດາກຸ່ມບໍລິສັດຜະລິດເຄື່ອງໃຊ້ສອຍນາໆຊາດ ແລະ ບັນດາກຸ່ມຂົນຂວາຍພາຍນອກ, ໄດ້ປະກົດຕົວເປັນຈຳນວນຫຼາຍຢູ່  INC – 4. ຕາມວົງການນັກສັງເກດການແລ້ວ, ສົນທິສັນຍາສາມາດບັນລຸໄດ້ໄວ ຖ້າບັນດາກຸ່ມບໍລິສັດນີ້ ຍອມຮັບຍົກອອກບັນດາຄຳໝັ້ນສັນຍາຢ່າງແຮງກ່ວາໃນການຫຸ້ມຫໍ່, ນຳໃຊ້, ນຳໃຊ້ຄືນໃໝ່ ຫຼື ຈຳກັດຜະລິດຕະພັນຢາງປຼາດຕິກ.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top