• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແມ່​ຍິງ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ​ເຊື່ອມ​ໂຍງ, ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ຂຽວ ແລະ ຍືນ​ຍົງ

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາຂຽວ ແລະ ຍືນຍົງ ໃນໂລກມີພະຍາດໂຄວິດ - 19”.
  ທ່ານນາງ ຮ່າທິງາ ຫົວໜ້າສະຫະພັນແມ່ຍິງ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ  

ນີ້ແມ່ນການເຄື່ອນໄຫວແທດຈິງຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022. ກ່າວຄຳເຫັນໄຂເວທີປາໄສ, ທ່ານນາງ ຮ່າທິງາ ຫົວໜ້າສະຫະພັນແມ່ຍິງ ຫວຽດນາມ ຊີ້ແຈ້ງວ່າ:

ຢູ່ເວທີປາໄສມື້ນີ້, ພວກເຮົາສືບຕໍ່ຢັ້ງຢືນບົດບາດຕັ້ງໜ້າຂອງແມ່ຍິງ ແລະ ບັນດາອົງການຈັດຕັ້ງແມ່ຍິງ ກ່ຽວກັບວິວັດການມຸ່ງໄປເຖິງການພັດທະນາສີຂຽວ ແລະ ຍືນຍົງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ. ສ່ວນຝ່າຍສະຫະພັນແມ່ຍິງ ຫວຽດນາມ, ພວກຂ້າພະເຈົ້າສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຈະສືບຕໍ່ບັນດາການເຄື່ອນໄຫວ, ຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນປະໂຫຍດຂອງແມ່ຍິງໃນວິວັດການນີ້.

ຢູ່ເວທີປາໄສນີ້, ຜູ້ແທນແມ່ຍິງ ຫວຽດນາມ, ລາວ, ກຳປູເຈຍ ແລະ ນັກຊ່ຽວຊານສາກົນ ໄດ້ແບ່ງປັນກ່ຽວກັບບັນດາໂຄງການ, ຂໍ້ລິເລີ່ມແຫ່ງຊາດ ແລະ ພາກພື້ນ ໃນການຜະລິດກະສິກຳປອດສານພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາການທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ, ຟື້ນຟູເສດຖະກິດພາຍຫຼັງໂຄວິດ - 19 ແລະ ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ເໝາະສົມກັບສະພາບປົກກະຕິໃໝ່, ເສີມຂະຫຍາຍບົດບາດຂອງແມ່ຍິງ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດຕົ້ນຕໍສຳລັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ...

Top