ງານວາງສະແດງພາຍຖ່າຍສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 197 5 – 30 ເມສາ 2025) ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນຫຼວງ ວຽງຈັນ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລະ ຜູ້ແທນລາວເຂົ້າຢ້ຽມຊົມງານວາງສະແດງ (ພາບ: VOV)
ງານວາງສະແດງລວມມີເກືອບ 300 ຜົນງານ ໂດຍໄດ້ວາງສະແດງດ້ວຍຄຳອະທິປາຍເປັນພາສາ ຫວຽດ ແລະ ລາວ, ໂດຍບັນດານັກຂ່າວ ຫວຽດນາມ ແລະ ຕ່າງປະເທດປະຕິບັດ, ເຊິ່ງໄດ້ສັບຊ້ອນເປັນເລື່ອງລາວທີ່ມີຊີວິດຊີວາ ດ້ວຍພາບຖ່າຍແນະນໍາບັນດາເຫດການທີ່ພົ້ນເດັ່ນໃນພາລະກິດຕໍ່ສູ້ກູ້ຊາດຂອງຊາດ ຫວຽດນາມ, ເຊິ່ງຈຸດສູງແມ່ນມະຫາໄຊຊະນະລະດູບານໃໝ່ປີ 1975. ພ້ອມດຽວກັນນັ້ນ ແມ່ນພາບຖ່າຍກ່ຽວກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ຫວຽດນາມ - ລາວ ທີ່ໄດ້ຮຽງບ່າຮຽງໄຫຼ່ໃນຈຸດເວລາຫຍຸ້ງຍາກທີ່ສຸດຂອງປະຫວັດສາດຂອງສອງຊາດ. ງານວາງສະແດງກໍໄດ້ແນະນຳກ່ຽວກັບບັນດາຜົນງານຂອງການພົວພັນຮ່ວມມື ຫວຽດນາມ - ລາວ.
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງມະຫາໄຊລະດູບານໃໝ່ປີ 1975, ຢຸດຕິສົງຄາມນຳ ຫວຽດນາມ ກ້າວເຂົ້າສູ່ສະໄໝສັນຕິພາບ ແລະ ພັດທະນາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ຂອບໃຈຢ່າງເລິກເຊິ່ງກ່ຽວກັບນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນຢ່າງສຸດຈິດສຸດໃຈ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່ ຂອງພັກ, ລັດ ແລະ ປະຊາຊົນ ລາວ ທີ່ມີຕໍ່ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນທຸກວັນນີ້. ງານວາງສະແດງໄດ້ດຳເນີນຮອດວັນທີ 30 ເມສາ ຈຶ່ງ ອັດລົງ.
(ແຫຼ່ງຄັດຈາກ VOV)