• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 9 ລ້ານເທື່ອຄົນ

ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນຂອງປີ 2023 ບັນລຸ 8,9 ລ້ານເທື່ອຄົນ
ແຂກທ່ອງທ່ຽວຢ້ຽມຢາມ ໂຮ້ຍອານ (ພາບ: TTXVN)

ວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິໄດ້ປະກາດຂໍ້ມູນໂດຍໃຫ້ຮູ້ວ່າ, ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນຂອງປີ 2023 ບັນລຸ 8,9 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 4,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເຖິງຢ່າງໃດກໍຕາມ, ຕົວເລກນີ້ຍັງພຽງເທົ່າກັບ 69% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເມື່ອຍັງບໍ່ທັນເກີດໂລກລະບາດໂຄວິດ-19. ໃນຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນປີ 2023, ແຂກທ່ອງທ່ຽວທີ່ມາດ້ວຍທາງອາກາດກວມເອົາ 87,5%; ທາງບົກກວມເອົາ 11,8%, ສ່ວນຍັງເຫຼືອແມ່ນທາງທະເລ. ລາຍຮັບຈາກການບໍການພັກເຊົ້າ, ກິນດື່ມໃນ 9 ເດືອນໄດ້ເພີ່ມຂຶ້ນ 16%; ການທ່ອງທ່ຽວເພີ່ມຂຶ້ນ 47.7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2022.

ເພື່ອຕອບສະໜອງຄວາມຕ້ອງການເດີນທາງໄປມາຂອງແຂກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນນັ້ນ, ບໍລິສັດການບິນ ຫວຽດນາມ (Vietnam Airlines) ໄດ້ເພີ່ມຫຼາຍຖ້ຽວບິນໄປຍັງ ເອີລົບ, ອົດສະຕາລີ ແລະ ຈີນ, ຜ່ານນັ້ນ, ໄດ້ຟື້ນຟູຖ້ຽວບິນສາກົນໄດ້ເກືອບ 90%.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top