ການຢ້ຽມຢາມລັດຖະກິດຂອງປະທານປະເທດ ຫວຽດນາມ ທ່ານ ເລືອງເກື່ອງ ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ລາວ ໃຫ້ຂະຫຍາຍຕົວສູ່ລະດັບສູງໃໝ່, ນັບມື້ນັບລົງເລິກ, ມີປະສິດທິຜົນ ແລະ ມີເນື້ອແທ້.
ທ່ານປະທານປະເທດ ເລືອງເກື່ອງ. ພາບ: VNA
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທ່ານ ທອງລຸນ ສີສຸລິດ, ຕອນບ່າຍວັນທີ 24 ເມສາ, ທ່ານປະທານປະເທດ ເລືອງເກື່ອງ ນຳພາຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ເພື່ອຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແຕ່ວັນທີ 24 ເມສາ ຫາ ວັນທີ 25 ເມສາ 2025.
ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ລາວຄັ້ງທຳອິດຂອງທ່ານປະທານປະເທດ ເລືອງເກື່ອງ, ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງຂອງ ຫວຽດນາມ ຕໍ່ລາວ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ປະຕິບັດໂດຍ: VNA/VNP