• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ​ເອ​ກະ​ຊົນ​ແມ່ນ​ໄມ້​ງັດ​ໃຫ້​ແກ່​ປະ​ເທດ​ຫວຽດ​ນາມ​ວັດ​ທະ​ນາ​ຖາ​ວອນ

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິສະບັບອອກໃນເວລາທີ່ຈະມາເຖິງຂອງກົມການເມືອງກ່ຽວກັບເສດຖະກິດພາກເອກະຊົນຕ້ອງສຸມໃສ່ປະຕິບັດບາງມາດຕະການ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ

ໃນບົດຂຽນລົງໃນວັນທີ 17 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຢັ້ງຢືນວ່າ ຜົນສຳເລັດລວມຂອງປະເທດພາຍຫຼັງເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່ຕ້ອງມີການປະກອບສວ່ນສຳຄັນຂອງ ເສດຖະກິດພາກເອກະຊົນ. ຂົງເຂດເສດຖະກິດເອກະຊົນໄດ້ ແລະ ພວມກາຍເປັນກຳລັງສຳຄັນທີ່ສຸດເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ. ພື້ນຖານເສດຖະກິດທີ່ມີຄວາມເຂັ້ມແຂງບໍ່ພຽງແຕ່ອີງຕາມພາກລັດ ຫຼື ການລົງທຶນຈາກຕ່າງປະເທດໄດ້ ຫາກຍັງຕ້ອງອີງຕາມກຳລັງພາຍໃນ ແມ່ນພາກເອກະຊົນທີ່ເຂັ້ມແຂງ, ສວມບົດບາດຫຼັກແຫຼ່ງໃນການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ເສດຖະກິດພາກເອກະຊົນມີການປະກອບສ່ວນຫຼາຍກ່ວາອີກ, ບຸກທະລຸກ່ຽວກັບຂອບຂະໜາດ ແລະ ມີຄວາມສາມາດບົ່ມຊ້ອນໃນການແກ້ງແຍ້ງ, ຫວຽດນາມຕ້ອງສືບຕໍ່ມີການປະຕິຮູບບຸກທະລຸກ່ຽວກັບລະບອບລະບຽບການ, ນະໂຍບາຍ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິສະບັບອອກໃນເວລາທີ່ຈະມາເຖິງຂອງກົມການເມືອງກ່ຽວກັບເສດຖະກິດພາກເອກະຊົນຕ້ອງສຸມໃສ່ປະຕິບັດບາງມາດຕະການລວມມີ: ສືບຕໍ່ຍູ້ແຮງການບູລະນະລະບອບລະບຽບການເສດຖະກິດການຕະຫຼາດຢ່າງຄົບຖວ້ນ, ຕາມການກຳນົດທິດສັງຄົມນິຍົມ, ທັນສະໄໝ, ມີຄວາມຂະຫຍັນຂັນເຄື່ອນ ແລະ ການເຊື່ອມໂຍງ; ປົກປ້ອງສິດຊັບສິນ, ກຳມະສິດ, ສິດເສລີໃນການດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຮັບປະກັນການປະຕິບັດສັນຍາຂອງວິສາຫະກິດເອກະຊົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top