ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າຄາວຍັງມີຊີວິດ ຢູ່ນັ້ນປະທານໂຮ່ຈີມິນຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ກຳລັງຕຳຫຼວດປະຊາຊົນ ທີ່ມີຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ, ເພື່ອປະຊາຊົນຮັບໃຊ້, ແມ່ນກຳລັງຫຼັກແຫຼ່ງໃນພາລະກິດການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນຊີ້ນຳ
ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ 10 ປີແຫ່ງວັນປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງ ແລະ ຮ່ຳຮຽນຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດ ຂອງປະທານໂຮ່ຈີມິນ ແລະ ຕີລາຄາໝາກຜົນການປະຕິບັດຂໍ້ກຳນົດເລທີ 09 ຂອງຄະນະພັກຕຳຫຼວດສູນກາງ ກ່ຽວກັບລະບົບຮ່ຳຮຽນ, ປະຕິບັດ ຄຳສັ່ງສອນຕຳຫຼວດປະຊາຊົນ 6 ຂໍ້ຂອງປະທານໂຮ່ຈີມິນ.
ຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າຄາວຍັງມີຊີວິດ ຢູ່ນັ້ນປະທານໂຮ່ຈີມິນຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ກຳລັງຕຳຫຼວດປະຊາຊົນ ທີ່ມີຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ, ເພື່ອປະຊາຊົນຮັບໃຊ້, ແມ່ນກຳລັງຫຼັກແຫຼ່ງໃນພາລະກິດການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ເພື່ອເພີ່ມທະວີການປະກອບສ່ວນຂອງກຳລັງຕຳຫຼວດປະຊາຊົນຢ່າງບໍ່ຢຸດຢັ້ງໃນການປະຕິບັດບັນດາເປົ້າໝາຍຍຸດທະສາດຂອງພັກ, ໜຶ່ງໃນບັນດາປັດໄຈຫຼັກແຫຼ່ງແມ່ນຕ້ອງຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ, ປະຕິບັດ ຄຳສັ່ງສອນຕຳຫຼວດປະຊາຊົນ 6 ຂໍ້ຂອງປະທານໂຮ່ຈີມິນ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
ໂດຍສືບຕໍ່ຫັນແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນໃຫ້ກາຍເປັນມາດຖານຄຸນສົມບັດຢ່າງລະອຽດ, ເຂົ້າໃຈງ່າຍ, ຈື່ງ່າຍ, ປະຕິບັດງ່າຍ, ມີເປົ້າໝາຍເພື່ອສູ້ຊົນ, ບັນລຸໄດ້ຕາມແຕ່ລະໄລຍະເວລາ, ກວດກາຢ່າງງ່າຍດາຍ, ຕີລາຄາສຳລັບຄະນະພັກທຸກຂັ້ນ, ແຕ່ລະກົມກອງ, ສ່ວນບຸກຄົນໃນກຳລັງຕຳຫຼວດປະຊາຊົນ.
(ແຫຼ່ງຄັດຈາກ VOV)