ຕອນເຊົ້າວັນທີ 31 ພຶດສະພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ Changi, ໄປຢ້ຽມຢາມທາງລັດຖະກິດຢູ່ ຟີລິບປິນ ແຕ່ວັນທີ 31 ພຶດສະພາ ຫາວັນທີ 01 ມິຖຸນາ 2
ເມື່ອສົ່ງຄະນະຢູ່ສະໜາມບິນສາກົນ Changi, ທ່ານລັດຖະມົນຕີກະຊວງພັດທະນາດີຈີຕອນ ແລະ ຖະແຫຼງຂ່າວ ສິງກະໂປ Josephine Teo ມອບອັນລະບ້ຳພາບການເຄື່ອນໄຫວຢູ່ ສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ (ພາບ: TTXVN)
ໂດຍສິ້ນສຸດບັນດາການເຄື່ອນໄຫວຢູ່ ສິງກະໂປ, ຕອນເຊົ້າວັນທີ 31 ພຶດສະພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ Changi, ໄປຢ້ຽມຢາມທາງລັດຖະກິດຢູ່ ຟີລິບປິນ ແຕ່ວັນທີ 31 ພຶດສະພາ ຫາວັນທີ 01 ມິຖຸນາ 2026, ຕາມຄຳເຊີນຂອງທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ແລະ ພັນລະຍາ.
ການຢ້ຽມຢາມໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ຫວຽດນາມ ສຳລັບການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຟີລິບປິນ ກໍຄື ອາຊຽນ ແລະ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້. ນີ້ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດແລກປ່ຽນກ່ຽວກັບບັນດາກຳນົດທິດໃຫຍ່ຢ່າງເລິກເຊິ່ງກວ້າງຂວາງ ແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)