• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງ, ເປີດສະຫລອງບັນດາກິດຈະກຳ,ໂຄງການຈຸດສຸມໃນທົ່ວປະເທດ

ໃນຊ່ວງເວລາດຽວກັນຂອງວັນທີ 19 ເມສາ, ຢູ່ ບັນດາແຂວງ, ນະຄອນທັງ 3 ພາກ: ເຫນືອ, ກາງ, ໃຕ້ ກໍ່ມີ 80 ໂຄງການອື່ນໄດ້ເປີດພິທີເລິ່ມລົງມືກໍ່ສ້າງ, ເປີດສະຫລອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 19 ເມສາ, ຢູ່  ອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕີນເຊີດເຍິດ, ນະຄອນ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນເຈົ້າພາບພິທີເລີ່ມລົງມືກໍ່ສ້າງ, ເປີດສະຫລອງບັນດາກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ ແລະບັນດາກິດຈະກຳໃຫຍ່ ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ ປີ 1975 – 30 ເມສາ 2025). ແລະກໍ່ໃນຊ່ວງເວລາດຽວກັນນັ້ນ ຢູ່ ບັນດາແຂວງ, ນະຄອນທັງ 3 ພາກ: ເຫນືອ, ກາງ, ໃຕ້ ກໍ່ມີ 80 ໂຄງການອື່ນໄດ້ເປີດພິທີເລິ່ມລົງມືກໍ່ສ້າງ, ເປີດສະຫລອງ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ, ສຸມໃສ່ບັນດາແຫ່ລງກຳລັງ, ແກ້ໄຂຂໍ້ຕິດຄັດ, ຈຸອັດຕັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອປະຕິບັດສຳເລັດບັນດາໂຄງການຈຸດສຸມໃນປີນີ້. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:

ບັນດາກິດຈະກຳຈຸດສຸມດ້ານເສດຖະກິດ - ສັງຄົມ ໄດ້ຮັບການເລິ່ມລົງມືກໍ່ສ້າງ, ເປີດສະຫລອງໃນວັນທີ 19 ເມສາໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ລ້ວນແຕ່ແມ່ນບັນດາໂຄງການສຳຄັນ, ມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຂອງພັກ, ລັດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດໃນການສ້າງບັນດາພື້ນທີ່ພັດທະນາໃຫມ່, ສ້າງພື້ນຖານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດຂອງປະເທດຊາດ, ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນພັດທະນາຢ່າງເຂັ້ມແຂງ”.

(ແຫຼ່ງຄັດຈາກ VOV)

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ເມື່ອເດືອນເມສາ ວຽນມາ, ໃນບັນຍາກາດຄືກຄື້ນມ່ວນຊື່ນຂອງຊຸມວັນທຳອິດຂອງປີໃໝ່ໄລຍະພຸດທະສັກກະລາດ, ປະຊາຄົມນັກສຶກສາ ລາວ ຢູ່ ຫວຽດນາມ ກໍພາກັນກະກຽມຈັດຕັ້ງບຸນປີໃໝ່ ດ້ວຍຄວາມກະຕືລືລົ້ນ. ປີ 2025, ບຸນປີໃໝ່ລາວ ພສ 2568 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຢູ່ ຫວຽດນາມ ເຕົ້າໂຮມກັນຈັດງານບຸນ ແລະ ເຈືອຈານກັບບັນຍາກາດຢູ່ທາງບ້ານເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານອັນມີຊີວິດຊີວາຂອງນ້ຳໃຈສາມັກຄີກະຕຸກຊຸກຍູ້ກັນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄວໜຸ່ມລາວ ອີກດ້ວຍ.

Top