ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະເໜີວ່າໃນໄລຍະຈະມາເຖິງສອງຝ່າຍ ຈົ່ງສະຫງວນບຸລິມະສິດຢູ່ລະດັບສູງສຸດໃຫ້ແກ່ການຮ່ວມມືດ້ານພື້ນຖານໂຄງລ່າງ ລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຮ່ວມມືດ້ານເສັ້ນທາງລົດໄຟ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ພົບປະກັບທ່ານ Wang Dongming ຮອງປະທານຄະນະປະຈຳສະພາ ຜູ້ແທນປະຊາຊົນແຫ່ງຊາດ ຈີນ (ພາບ: Công Tuyên/TTXVN)
ຕອນບ່າຍວັນທີ 18 ມິຖຸນາ, ໃນຂອບເຂດການເດີນທາງໄປປະຕິບັດງານ ຢູ່ Yunnan, ຈີນ ເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ແລະ ງານຕະຫຼາດນັດການສົ່ງອອກນຳເຂົ້າ Kunming ຄັ້ງທີ 29, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ພົບປະກັບທ່ານ Wang Dongming ຮອງປະທານຄະນະປະຈຳສະພາ ຜູ້ແທນປະຊາຊົນແຫ່ງຊາດ ຈີນ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະເໜີວ່າໃນໄລຍະຈະມາເຖິງສອງຝ່າຍ ຈົ່ງສະຫງວນບຸລິມະສິດຢູ່ລະດັບສູງສຸດໃຫ້ແກ່ການຮ່ວມມືດ້ານພື້ນຖານໂຄງລ່າງ ລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຮ່ວມມືດ້ານເສັ້ນທາງລົດໄຟ, ຊຸກຍູ້ການເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຝ່ອງໂດຍໄວ, ຖ່ຍາທອດເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກ່ຽວກັບເສັ້ນທາງລົດໄຟ, ສ້າງກຸ່ມອຸດສາຫະກຳເສັ້ນທາງລົດໄຟ, ຊຸກຍູ້ການຄ້າສອງຝ່າຍຕາມທິດດຸ່ນດ່ຽງ ແລະ ຍືນຍົງ, ສົມທົບກັນກໍ່ສ້າງດ່ານຊາຍແດນອັດສະລິຍະ, ເຂດຮ່ວມມືເສດຖະກິດຜ່ານຊາຍແດນ, ເພີ່ມທະວີການຮ່ວມມືຮ່ວມສຳພັນເຊື່ອມຕໍ່ໄຟຟ້າ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາໃຫ້ສອງຝ່າຍຈົ່ງມານະພະຍາຍາມນຳການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ກະສິກຳ, ຊັບພະຍາກອນສິ່ງແວດລ້ອມກາຍເປັນຈຸດພົ້ນເດັ່ນໃໝ່, ກຳລັງໜູນການເຕີບໂຕໃໝ່ຂອງການພົວພັນ ຫວຽດນາມ - ຈີນ.
ໂດຍເຫັນດີ ແລະ ຕີລາຄາສູງບັນດາຂໍ້ສະເໜີໃນການຮ່ວມມືຂອງ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ທ່ານ Wang Dongming ເນັ້ນໜັກວ່າ ຈີນພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການລະຫວ່າງອົງການສ້າງກົດໝາຍສອງປະເທດ ໃນບັນດາຂົງເຂດຄື: ກໍ່ສ້າງພັກ, ສ້າງກົດໝາຍ, ຕິດຕາມກວດກາ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ປັນຍາປະດິດ, ເສດຖະກິດດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ, ເຮືອບິນການຄ້າ, ເພີ່ມທະວີການຮ່ວມສຳພັນເຊື່ອມຕໍ່ໄຟຟ້າ.
(ແຫຼ່ງຄັດຈາກ VOV)