• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຢຸນ​ໜານ, ປະ​ເທດ​ຈີນ ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດ​ນາມ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ

ວັນທີ 28 ມີນາ, ຢູ່ເຮືອນຮັບແຂກລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງໜິງ, ເລຂາພັກແຂວງໆ ຢຸນໜານ, ປະເທດຈີນ.
  ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານ ຫວາງໜິງ, ເລຂາພັກແຂວງໆ ຢຸນໜານ, ປະເທດຈີນ (ພາບ: baoquocte.vn)  

ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ສະເໜີແຂວງ ຢຸນໜານ ສືບຕໍ່ເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດ, ສິນໃນນ້ຳ ເຊິ່ງເປັນທ່າແຮງຂອງ ຫວຽດນາມ; ສົມທົບກັນຮັກສາການສົ່ງສິນຄ້າຜ່ານແດ່ນຢູ່ດ່ານຊາຍແດນແຫ່ງຕ່າງໆຢ່າງລຸລ່ວງ; ຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ການຄົມມະນາຄົມທາງບົກ, ທາງລົດໄຟຢູ່ເຂດຊາຍແດນ; ເຊື່ອມຕໍ່ຖ້ຽວບິນໂດຍກົງລະຫວ່າງສອງຝ່າຍຄືນໃໝ່. ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນນ້ຳຢູ່ແມ່ນ້ຳສາຍຕ່າງໆຕາມເຂດຊາຍແດນແບບຍືນຍົງ; ປະຕິບັດລະບຽບການປັບປຸງ, ເປີດໃໝ່ບາງຄູດ່ານຊາຍແດນ, ດ່ານປະເພນີລະຫວ່າງສອງປະເທດ; ເພີ່ມທະວີການຄຸ້ມຄອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຢູ່ເຂດຊາຍແດນ; ມານະພະຍາຍາມສ້າງເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ທ່ານເລຂາພັກແຂວງໆ ຢຸນໜານ ຫວາງໜິງ ຢັ້ງຢືນວ່າ ຢຸນໜານ ຖືການພົວພັນມິດຕະພາບ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ເປັນສຳຄັນ, ພ້ອມແລ້ວທີ່ຈະຮັກສາການພົບປະແລກປ່ຽນ ເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນກັບທ້ອງຖິ່ນທີ່ມີຊາຍແດນຕິດກັບ ຢຸນໜານ; ຍາດແຍ່ງກຳລັງຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ເສີມສ້າງໃຫ້ກັນໃນການຮ່ວມມືໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top