• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບ​ລາ​ຣຸດ ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ

ເບລາຣຸດ ດ້ວຍພື້ນຖານເສດຖະກິດພວມຢູ່ໃນທ່າເຕີບໂຕ ແລະ ນະໂຍບາຍລົງທຶນທີ່ສະດວກ, ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດໝາຍປາຍທາງທີ່ມີຄວາມສາມາດບົ່ມຊ້ອນສຳລັບວິສາຫະກິດ ແລະ ນັກລົງທຶນ ຫວຽດນາມ.
ທ່ານ ເຈິ່ນຝຸຫຼື, ຜູ້ອໍານວຍການ ITPC ກ່າວຄຳເຫັນໃນກອງປະຊຸມສຳມະນາ (ພາບ: TTXVN)

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານໃນກອງປະຊຸມສຳມະນາສົ່ງເສີມການຄ້າ ແລະ ການລົງທຶນເຂົ້າຕະຫຼາດ ເບລາຣຸດ ໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ສົມທົບກັບສະຖານກົງສູນໃຫຍ່ ເບລາຣຸດ ປະຈຳ ນະຄອນ ໂຮ່ຈີມິນ ຈັດຂຶ້ນໃນຕອນບ່າຍວັນທີ 19 ມີນາ.

ສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໄດ້ຮັບການປັບປຸງໃນຊຸມປີມໍ່ໆມານີ້, ພິເສດນັບແຕ່ເມື່ອສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເສດຖະກິດ ອາຊີ - ເອີຣົບ (EAEU) ມີປະສິດທິຜົນ. ຕາມຄຳໝັ້ນສັນຍາແລ້ວ, ສອງຝ່າຍໄດ້ຍົກເລີກປະມານ 90% ປະເພດພາສີສຳລັບການຄ້າສິນຄ້າ, ທຽບເທົ່າກວ່າ 90% ວົງເງິນການຄ້າສອງຝ່າຍ, ສ້າງໂອກາດໃຫຍ່ໃຫ້ແກ່ວິສາຫະກິດ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ເບລາຣຸດ ກໍຄືບັນດາປະເທດໃນພາກພື້ນ.  ຂີດໝາຍສຳຄັນອື່ນໃນການພົວພັນສອງຝ່າຍແມ່ນ ສັນຍາຍົກເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາຂອງ ຫວຽດນາມ ແລະ ເບລາຣຸດ, ມີຜົນສັກສິດເລີ່ມແຕ່ວັນທີ 30 ມັງກອນ 2025 ເປັນຕົ້ນໄປ. ປີ 2024, ວົງເງິນການສົ່ງອອກນຳເຂົ້າລະຫວ່າງສອງປະເທດບັນລຸປະມານ 59,7 ລ້ານ USD; ໃນນັ້ນ, ຫວຽດນາມ ສົ່ງອອກໄປຍັງ ເບລາຣຸດ ລວມມູນຄ່າ 27,9 ລ້ານ USD.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top