ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ, ແມ່ຍິງ ຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ.
ທີ່ພິທີມອບລາງວັນ (ພາບ: qdnd.vn)
ຕອນຄ່ຳວັນທີ 15 ຕຸລາ, ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດພິທີມອບລາງວັນ “ສະມາຊິກຊາວໜຸ່ມ ກຳມະບານຍິງ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ” ຄັ້ງທີ 1 ໃຫ້ແກ່ 10 ຄົນ ແລະ ຍ້ອງຍໍບັນດາບຸກຄົນ, ໝູ່ຄະນະໃນຂະບວນການແຂ່ງຂັນ “ເກັ່ງວຽກລວມ, ຫຼ້ອນວຽກບ້ານ” ໄລຍະ 2020 – 2025.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເນັ້ນໜັກວ່າ ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ, ແມ່ຍິງ ຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ, ຢືນຢັນບົດບາດ, ຖານະບົດບາດ ແລະ ມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ສະເໜີວ່າ:
“ອຳນາດການປົກຄອງທຸກຂັ້ນ, ບັນດາກະຊວງ, ຂະແໜງການ ຕ້ອງຖືວຽກງານແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແມ່ນໜ້າທີ່ການເມືອງຈຸດສຸມ, ຕະຫຼອດ. ຕ້ອງສືບຕໍ່ປັບປຸງຂອບນິຕິກຳໃຫ້ສົມບູນແບບ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານຍິງໃຫ້ດີກວ່າອີກ, ພິເສດແມ່ນຂົງເຂດບໍ່ເປັນທາງການ”.
(ແຫຼ່ງຄັດຈາກ VOV)