ເຂົ້າຈີ່ ຊີ້ນງົວອົບ

ອາຫານການກິນ

ເຂົ້າຈີ່ ຊີ້ນງົວອົບ

ຊາວຫວຽດນາມ ເມື່ອຮັບປະທານລາຍການອາຫານນີ້ ມັກມີຄຳເວົ້າວ່າ: ບໍ່ມີອາຫານໃດຖືກໃຈຄົນຄື ເຂົ້າຈີ່ ຊີ້ນງົວອົບ. 

ເຂົ້າ​ຈີ່ ຊີ້ນ​ງົວອົບ ​​ເປັນອາ​ຫານ​ພື້ນ​ເມືອງ​ ຂອງ ​ຊາວ​ເຫວ້ ຊຶ່ງເລີ່ມຕົ້ນ​ມາ​ຈາກ​ຊື່​ວ່າ ເຂົ້າຈີ່ ງົວຮອນ (ພາສາ ອັງກິດວ່າ Beef Stew - Hue's style). ທາງພາກເໜືອ ແລະ ພາກໃຕ້ ມັກເອີ້ນວ່າ ເຂົ້າຈີ່ ຊີ້ນງົວອົບ. ນີ້​ແມ່ນ​ລາຍການ​ອາ​ຫານ​ທີ່ໄດ້ຮັບຄວາມນິຍົມ​ ຈາກນັກ​ທ່ອງ​ທ່ຽວ ​ຫວຽດ​ນາມ ແລະ ສາ​ກົນ ​ເນື່ອງ​ຈາກ​ມີສອງສ່ວນ​ປະ​ກອບ​ຄື: ເຂົ້າຈີີ່ ແລະ ຊີ້ນງົວອົບ.

ຊີ້ນງົວສົດ ແມ່ນສ່ວນປະກອບຫຼັກໃນການປຸງແຕ່ງລາຍການອາຫານ ເຂົ້າຈີ່ ຊີ້ນງົວອົບ.

ສິ່ງທີ່ເຮັດໃຫ້ເຂົ້າຈີ່  ມີຄວາມມະຫັດສະຈັນ ແມ່ນຄວາມລຽບງ່າຍ ໃນ ການເຮັດ, ມີພຽງແປ້ງເຂົ້າຈີ່ ນໍາເຂົ້າເຕົາອົບ ແລ້ວກາຍເປັນເຂົ້າຈີ່. ເຂົ້າຈີ່ ມີເປືອກນອກ, ໃນນຸ້ມ, ງ່າຍໃນການຮັບປະທານ  ແລະ ມີ ລາຄາຖືກສຸດ. ດ້ວຍການປະສົມກັບຊີ້ນງົວອົບ ໄດ້ກໍ່ໃຫ້ເກີດຜົນງານ ສິ້ນເອກ ສໍາລັບເຂົ້າຈີ່. ຊີ້ນງົວອົບ ໄດ້ຮັບການປຸງແຕ່ງຢ່າງພິຖີພິຖັນ ເຊັ່ນ: ຊີ້ນງົວສົດ ຕົ້ມກັບເມັດບົວ, ເຫັດຫູໜູ, ເຫັດຫອມ ຈະຊ່ວຍໃຫ້ ມີລົດຫອມແບບທໍາມະຊາດ ແລະ ກິ່ນຫອມ ຈາກສ່ວນປະສົມ. ຊີ້ນ ງົວອົບ ຈະໃຊ້ເວລາດົນ ດ້ວຍໄຟອ່ອນໆ ປະສົມກັບເຄື່ອງປະກອບ ເຊັ່ນ: ເມັດບົວ, ມັນ ຝຣ່ັງ, ຖົ່ວດິນ, ຫົວຜັກບົ່ວໃຫຍ່, ເຫັດຫອມ, ແຄ່, ຄ່າ... ຈະສ້າງເປັນ ນໍ້າຊ໊ອດ ທີ່ເຂັ້ມຂຸ້ນແລະ ມີລົດຊາດຫອມແຊບ ທີ່ພິເສດແຕກຕ່າງ. 


ເມື່ອຊີ້ນງົວນຸ້ມ ແລະ ນ້ຳຊ໊ອດ ມີຄວາມເຂັ້ມຂຸ້ນ ແລ້ວ ຈຶ່ງຕັກຊີ້ນງົວ ໃສ່ຖ້ວຍ ພ້ອມກັບສ່ວນປະກອບ, ຕື່ມໃບຜັກບົ່ວ ແລະ ຜັກຫອມປ້ອມ ໃສ່ເທິງ ໃຫ້ມີສີສັນຫຼາກຫຼາຍ ທ່ີຈັບຕາຈັບໃຈ.

 

ເຂົ້າ​ຈີ່​ຊີ້ນ​ງົວ ອົບສາມາດໃຊ້ເປັນລາຍການອາຫານ ຮັບປະທານ ປະ ຈຳວັນ ໃນຄອບຄົວ. ນອກນີ້ຍັງເປັນອາຫານ ທີ່ບໍ່ຍາກເກີນໄປ ໃນ ການປຸງແຕ່ງ ແລະ ສາມາດກິນແກ້ມກັບຜັກສະຫຼັດ ແລະ ໝາກເຜັດ ຊອຍ ເພື່ອເພີ່ມລົດຊາດ ໃຫ້ແກ່ລາຍການອາຫານ. 
ລາຍການອາຫານ ເຂົ້າຈີ່ ຊີ້ນງົວອົບ ທີ່ ສໍາເລັດຮູບ.

ທີ່ຢູ່ຮ້ານອາຫານ:
* ເຮືອນເລກທີ 71 ຖະໜົນ ເຈິ່ນຢຸຍຮຶງ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ

* ເຮືອນເລກທີ 18 ຖະໜົນ ຮ່າງກ໋ອດ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ

ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ໃນໃຈກາງນະຄອນຫຼວງ ຮ່າໂນ້ຍ, ມີຊາພິເສດ ຊະນິດໜຶ່ງ ທີ່ຖື ວ່າ ເປັນ “ສິ່ງລ້ຳຄ່າ" ຂອງ ວັດທະນະທຳ ຫວຽດນາມ ນັ້ນຄື ຊາ ເອືອບດອກບົວ ໄຕໂຮ່ (ໜອງໄຕ). ເຄື່ອງດື່ມຊະນິດນີ້ບໍ່ພຽງແຕ່ ມີລົດຊາດ ທີ່ລະອຽດອ່ອນເທົ່ານັ້ນ, ແຕ່ຍັງເຂັ້ນຂຸ້ນໄປດ້ວຍ ຈິດ ວິນຍານ ອັນສະຫງ່າງາມ, ຄວາມຄ່ອງແຄ້ວ ແລະ ຄວາມຮັກ ທຳ ມະຊາດ ຂອງ ຊາວ ຮ່າໂນ້ຍ.

Top