• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງປະມວນມາດຖານກ່ຽວກັບການເຕີບໂຕສີຂຽວແຫ່ງຊາດ ແລະ ຕ້ອງກົມກ່ຽວກັບມາດຖານຂອງສາກົນ

ເປົ້າໝາຍກ່ຽວກັບການເຕີບໂຕສີຂຽວ ນັບແຕ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP21) ມາຮອດປະຈຸບັນ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມ  

ຕອນບ່າຍວັນທີ 30 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການເຕີບໂຕສີຂຽວ, ເປັນປະທານກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກ ແລະ ສະເໜີຄະນະຊີ້ນຳອັບເດດບັນດາຄາດໝາຍ, ເປົ້າໝາຍກ່ຽວກັບການເຕີບໂຕສີຂຽວ ນັບແຕ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP21) ມາຮອດປະຈຸບັນ; ສະຫລຸບບົດຮຽນຂອງບັນດາປະເທດໃນໂລກໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ, ຈາກນັ້ນຖອດຖອນບົດຮຽນ, ຂໍ້ສະເໜີເພື່ອຫັນບັນດາເປົ້າໝາຍ, ຄຳໝັ້ນສັນຍາໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ:

          “ບັນດາກະຊວງ, ຂະແໜງການພະຍາຍາມສ້າງລະບົບມາດຖານ ຕີລາຄາເພື່ອຈັດແບ່ງ ການເຕີບໂຕສີຂຽວແມ່ນແນວໃດ, ເລື່ອງຕ້ອງຫັນເປັນລະບອບລະບຽບການເພື່ອນຳເຂົ້າຂອບນິຕິກຳ ເພື່ອຊ່ວຍພວກເຮົາໃນຂອດເລືອກເຟັ້ນບັນດາໂຄງການພາຍໃນປະເທດ ແລະ ຕ່າງປະເທດ. ຖືມາດຖານນັ້ນເພື່ອຕີລາຄາຄວາມກ້າວໜ້າຂອງການເຕີບໂຕສີຂຽວໃນທຸກດ້ານ, ກ່ຽວກັບການຫລຸດຜ່ອນການປ່ອຍອາຍພິດຕໍ່ສິ່ງແວດລ້ອມ, ກ່ຽວກັບພື້ນຖານເສດຖະກິດສີຂຽວນຳມາໃຫ້, ໃນທຸກດ້ານສັງຄົມທີ່ລົງທຶນໃຫ້ການເຕີບໂຕສີຂຽວ”.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top