• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ

ກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ມີການພົວພັນຮ່ວມມືແໜ້ນແຟ້ນ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.
ທ່ານລັດຖະມົນຕີ ບໍວຽງຄຳ ວົງດາລາ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ

ຕອນບ່າຍວັນທີ 29 ພຶດສະພາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນໃນການຕ້ອນຮັບທ່ານ ບໍວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານລາວ, ພ້ອມກັບຄະນະປະຕິບັດງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຫວັງວ່າ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ສື່ສານລາວຈະຕັ້ງໜ້າຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຊີ ເພື່ອໃຫ້ສອງປະເທດ ພ້ອມກັນປະຕິບັດການພັດທະນາຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ ໃນໄລຍະໄວທີ່ສຸດ. ພ້ອມກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດຫັນເປັນດີຈີຕອນ.

        ສ່ວນທ່ານລັດຖະມົນຕີ ບໍແສງຄຳ ວົງດາລາ ໃຫ້ຮູ້ວ່າ: ກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ມີການພົວພັນຮ່ວມມືແໜ້ນແຟ້ນ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບຫຼາຍຂະແໜງການອື່ນໆຂອງ ຫວຽດນາມ; ຜ່ານນັ້ນກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top