• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອຳ​ນາດ​ການ​ປົກ​ຄອງກອງ​ທັບ ມຽນ​ມາ ຕໍ່​ກຳ​ນົດ​ເວ​ລາ​​ໃຫ້​ແກ່​ຄຳ​ສັ່ງ​ຢຸດ​ຍິງ

ຄຳສັ່ງຢຸດຍິງທີ່ໄດ້ໝົດຜົນສັກສິດໃນຄ່ຳຄືນຂອງວັນດຽວກັນ ຈະໄດ້ຕໍ່ກຳນົດເວລາຈົນຮອດວັນທີ 30 ເມສາ ເພື່ອສ້າງເງື່ອນໄຂໃຫ້ແກ່ການສືບຕໍ່ສ້າງສາ ແລະ ຟື້ນຟູປະເທດຄືນໃໝ່.
  ສະພາບການຢູ່ Mandalay, ມຽນມາ ພາຍຫຼັງເຫດແຜ່ນດິນໄຫວ (ພາບ: THX/TTXVN)  

ໃນແຈ້ງການສະບັບອອກວັນທີ 22 ເມສາ, ອຳນາດການປົກຄອງກອງທັບ ມຽນມາ ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງທີ່ໄດ້ໝົດຜົນສັກສິດໃນຄ່ຳຄືນຂອງວັນດຽວກັນ ຈະໄດ້ຕໍ່ກຳນົດເວລາຈົນຮອດວັນທີ 30 ເມສາ ເພື່ອສ້າງເງື່ອນໄຂໃຫ້ແກ່ການສືບຕໍ່ສ້າງສາ ແລະ ຟື້ນຟູປະເທດຄືນໃໝ່ ພາຍຫຼັງໄພພິບັດແຜ່ນດິນໄຫວທີ່ເຮັດໃຫ້ເກີດຄວາມເສຍຫາຍທັງຊີວິດອິນຊີ ແລະ ວັດຖຸເປັນຈຳນວນຫຼວງຫຼາຍໃນທ້າຍເດືອນກ່ອນ.

ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ບາງອົງການຈັດຕັ້ງຂອງປະເທດນີ້ ຮຽກຮ້ອງໃຫ້ອຳນາດການປົກຄອງກອງທັບ ແກ່ຍາວເວລາຢຸດຍິງຊົ່ວຄາວ ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ ດຳເນີນເປັນອາທິດທີ 4.

ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 28 ມີນາ, ຮອດວັນທີ 02 ເມສາ, ອຳນາດການປົກຄອງກອງທັບ ມຽນມາ ໄດ້ປະກາດຄຳສັ່ງຢຸດຍິງຊົ່ວຄາວເພື່ອໜູນຊ່ວຍການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳສາກົນພາຍຫຼັງເຫດແຜ່ນດິນໄຫວທີ່ເຮັດໃຫ້ມີຜູ້ເສຍຊີວິດກວ່າ 3.700 ຄົນ ແລະ ມ້າງເພທຳລາຍພື້ນຖານໂຄງລ່າງຫຼາຍລະບົບ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top