• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ໃຫ້​ສັດ​ຕະ​ຍາ​ບັນ​ການສະ​ໜອງ​ບ້ວງ​ເງິນ​ປ້ອງ​ກັນ​ຊາດ ທີ່​ມີ​ມູນ​ຄ່າ 500 ລ້ານ USD ໃຫ້​ແກ່ ອາ​ຣັບ​ບີ ຊະ​ອຸ​ດິ

ວັນທີ 23 ກັນຍາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສະບັບທີ່ມີມູນຄ່າ 500 ລ້ານ USD ແນໃສ່ສ້ອມແປງບຳລຸງຖັນແຖວລົດທະຫານຂອງ ອາຣັບບີ ຊະອຸດິ.
ລົດຖັງ M1 Abrams (ພາບ: AFP/TTXVN)

ວັນທີ 23 ກັນຍາ, ອົງການຮ່ວມມືປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ໃນວັນດຽວກັນ, ກະຊວງການຕ່າງປະເທດ ປະເທດນີ້ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສະບັບທີ່ມີມູນຄ່າ 500 ລ້ານ USD ແນໃສ່ສ້ອມແປງບຳລຸງຖັນຈຳນວນລົດທະຫານຂອງ ອາຣັບບີ ຊະອຸດິ.

ຂໍ້ຕົກລົງດັ່ງກ່າວ ລວມທັງການຂາດເຄື່ອງອາໄຫຼ່, ສິ້ນຊ່ວນປ່ຽນແທນ ແລະ ການບໍລິການສ້ອມແປງບັນດາຍານພາຫະນະໃຫ້ແກ່ ທະຫານບົກ ອາຣັບບີ ຊະອຸດິ. ໄປຄຽງຄູ່ກັນນັ້ນ, ວໍຊິງຕັນ ກໍປະກອບຖານຍິງລູກສອນໄຟ TOW, ລະບົບ ຣາດາ ແລະ ອຸປະກອນຕິດຕໍ່ການທະຫານໃຫ້ແກ່ Riyadh ອີກດ້ວຍ. 

ທຸລະກຳການຄ້າດັ່ງກ່າວ ແມ່ນນະໂຍບາຍຂອງ ອາເມລິກາ ແນໃສ່ໜູນຊ່ວຍກຳລັງປ້ອງກັນຕົວຂອງບັນດາຄູ່ຮ່ວມມືຍຸດທະສາດ ແລະ ຊຸກຍູ້ສະຖຽນລະພາບຢູ່ພາກພື້ນ ຕາເວັນອອກກາງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top