ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ແລະ ທ່ານ Tom Theobald ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການ Luxembourg for Finance (ພາບ: VGP)
ໃນຂອບເຂດການຢ້ຽມຢາມເຮັດວຽກຢູ່ Luxembourg, ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງໄດ້ແລກປ່ຽນກັບການນຳອົງການ Luxembourg for Finance ແລະ ພົບປະກັບບັນດາວິສາຫະກິດທີ່ມີການເຄື່ອນໄຫວໃນຂົງເຂດການເງິນ.
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນ ວ່ານີ້ແມ່ນບັນດາບາດກ້າວທີ່ຈຳເປັນໃຫ້ແກ່ການເຕີບໂຕໃນອະນາຄົດຂອງ ຫວຽດນາມ, ເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດຫວຽດນາມ ໃຫ້ມີການເຕີບໂຕຢ່າງແຮງກ່ວາອີກ ໃນຊຸມປີຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ບັນດາວິສາຫະກິດ, ນັກຊ່ຽວຊານຂອງ Luxembourg ແບ່ງປັນບົດຮຽນປະສົບການ, ຄວາມຮູ້ ແລະ ຂໍ້ມູນທີ່ຈຳເປັນເພື່ອສ້າງສູນການເງິນຢູ່ ຫວຽດນາມ.
ສ່ວນທ່ານ Tom Theobald ໄດ້ຕີລາຄາສູງການພັດທະນາໂດຍໄວຂອງຫວຽດນາມໃນຊຸມປີຜ່ານມາ, ທ່ານຢັ້ງຢືນອົງການ Luxembourg for Finance ກໍ່ຄືບັນດາວິສາຫະກິດທີ່ກ່ຽວຂ້ອງພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃນການສ້າງ ແລະ ດຳເນີນການເຄື່ອນໄຫວສູນການເງິນສາກົນ, ໃນນັ້ນມີບັນດາບັນຫາລະອຽດຄື: ລະບອບລະບຽບການ, ນິຕິກຳ, ກົນໄກຮ່ວມມືພາກລັດ - ເອກະຊົນ, ສ້າງການເຊື່ອມຕໍ່ກັບບັນດາ ເປົ້າໝາຍ ໃນພາກພື້ນ ແລະ ໂລກ.
(ແຫຼ່ງຄັດຈາກ VOV)