• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ນຳ​ໜ້າ ອາ​ຊຽ​ນ​ ກ່ຽວ​ກັບ​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ດີ​ຈີ​ຕອນ

ດ້ວຍອັດຕາການເຕີບໂຕສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນ 3 ປີຢ່າງລຽນຕິດ (2022, 2023 ແລະ 2024), ເສດຖະກິດດີຈີຕອນ ຫວຽດນາມ ພວມກາຍເປັນກຳລັງໜູນສຳຄັນໃນການຊຸກຍູ້ພື້ນຖານເສດຖະກິດພາຍໃນປະເທດ. ດ້ວຍທ່າເຕີບໂຕຄືໃນປັດຈຸບັນ, ເສດຖະກິດດີຈີຕອນ ຫວຽດນາມ ຄາດວ່າຈະບັນລຸຄາດໝາຍ 45 ຕື້ USD, ກວມເອົາມາດຕະຖ່ວງ 20% GDP ໃນປີນີ້.
ພາບປະກອບ: VTV24

ຕາມການສະຖິຕິຂອງທະນາຄານໂລກ (WB) ແລ້ວ, ມາດຕະຖ່ວງດ້ານເສດຖະກິດດີຈີຕອນໃນ GDP ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆມານີ້, ສູງກ່ວາເມື່ອທຽບໃສ່ບາງປະເທດໃນພາກພື້ນຄື: ໄທ (12,1%),), ອິນໂດເນເຊຍ (8,3%), ຟີລິບປິນ (6,9%). Google ກໍ່ຕີລາຄາຄວາມໄວໃນການພັດທະນາເສດຖະກິດດີຈີຕອນຂອງ ຫວຽດນາມ ແມ່ນໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນທະນາຄານ HSBC ໃຫ້ຂໍ້ສັງເກດວ່າ ລະດັບຄວາມໄວໃນການເຕີບໂຕດ້ານເສດຖະກິດດີຈີຕອນ ຫວຽດນາມ ຈະສືບຕໍ່ຮັກສາອັນດັບແຖວໜ້າຢູ່ ອາຊຽນ ໃນໄລຍະຈະມາເຖິງ. ທ່ານ Tin Evan ຜູ້ອຳນວຍການໃຫຍ່ HSBC ຫວຽດນາມ ຖືວ່າ:

ຫວຽດນາມມີປະຊາກອນໜຸ່ມຫຼາຍທີ່ສຸດ, ປະມານ 80% ປະຊາກອນ ຫວຽດນາມ ນຳໃຊ້ໂທລະສັບມືຖື, ອັດຕານຳໃຊ້ອິນເຕີເນັດ ແລະ ຈຳນວນຜູ້ນຳໃຊ້ສະມຼາດໂຟນແມ່ນສູງທີ່ສຸດ. ຫວຽດນາມ ຍັງມີຈຳນວນບໍລິສັດ Startup ຫຼາຍອັນດັບທີ 2 ໃນພາກພື້ນ. ການຄ້າເອເລັກໂຕນິກ ກໍ່ແມ່ນພື້ນຖານເມື່ອ ຫວຽດນາມ ມີກຳລັງປະຊາຊົນໜຸ່ມຍອມຮັບການນຳໃຊ້ເຕັກໂນໂລຢີ. ຂ້າພະເຈົ້າຄິດວ່າ ໃນອະນາຄົດເສດຖະກິດດີຈີຕອນ ຫວຽດນາມ ຍັງມີເປັນຈຳນວນຫຼວງຫຼາຍ ແລະ ກາຍເປັນຕະຫຼາດດຶງດູດໃຫ້ແກ່ຂະແໜງອຸດສາຫະກຳດີຈີຕອນ ແລະ ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ພວມມີການເຄື່ອນໄຫວໃນຂົງເຂດນີ້.

ຕາມການສຳຫຼວດຂອງ HSBC ແລ້ວ, 60% ວິສາຫະກິດເຄື່ອນໄຫວຢູ່ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າມີແຜນການຈະມາລົງທຶນເຂົ້າຂົງເຂດເຕັກໂນໂລຢີ ແລະ ຫັນບັນດາການເຄື່ອນໄຫວດຳເນີນທຸລະກິດໃນປັດຈຸບັນເປັນດີຈີຕອນ, ດ້ວຍຈຸດສຸມແມ່ນການຊຳລະທາງດີຈີຕອນ, ການຄ້າເອເລັກໂຕນິກ ແລະ ປັນຍາປະດິດ. ມີນັກຊ່ຽວຊານເສດຖະກິດຫຼາຍຄົນໃຫ້ຂໍ້ສັງເກດວ່າ ຂໍ້ກຸນແຈເພື່ອສ້າງກຳລັງດຶງດູດຂອງ ຫວຽດນາມ ແມ່ນຫວຽດນາມ ມີແຜນການພັດທະນາເສດຖະກິດດີຈີຕອນໂດຍໄວ. ຕາມນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ ແລ້ວ, ຫວຽດນາມ ມີ 20 ກ່ວາປີເພື່ອກະກຽມໃຫ້ແກ່ການກໍ່ສ້າງບັນດາກົນໄກ, ນະໂຍບາຍໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ.

ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາປະເທດໃນໂລກທີ່ມີຄວາມຕັດສິນ ແລະ ກຳນົດເສັ້ນທາງພັດທະນາເສດຖະກິດດີຈີຕອນໂດຍໄວ ແລະ ນີ້ກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານໃນບັນດາການຊີ້ນຳຂອງຕົນ. ພວກເຮົາກໍ່ພວມສ້າງພື້ນຖານເສດຖະກິດດີຈີຕອນໃຫ້ສົມບູນແບບເທື່ອລະກ້າວ, ວາງເປົ້າໝາຍຮອດປີ 2030 ຈະເພີ່ມມາດຕະຖ່ວງດ້ານເສດຖະກິດດີຈີຕອນໃນ GDP.

ໄປຄຽງຄູ່ກັນນັ້ນ, ຍັງມີປັດໄຈກຳລັງແຮງງານໜຸ່ມ, ມີຄວາມສາມາດໃນການຮັບຮູ້ບັນດາຮູບແບບເຕັກໂນໂລຢີສູງໃໝ່, ພິເສດແມ່ນຄວາມພ້ອມຂອງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ. ເຂົາເຈົ້າພວມກາຍເປັນກຳລັງນຳໜ້າໃນວິວັດການຫັນເປັນດີຈີຕອນ, ເປັນເຈົ້າເຕັກໂນໂລຢີພາຍໃນປະເທດ, ຮ່ວມມື, ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ໃນທົ່ວໂລກເພື່ອສຳຜັດກັບເຕັກໂນໂລຢີທີ່ກ້າວໜ້າ, ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງຂອງ ຫວຽດນາມ ບົນເວທີສາກົນ. ຢູ່ເວທີປາໄສອະນາຄົດ ອາຊຽນ 2025 ທີ່ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ຫວ່າງແລ້ວນີ້, ທ່ານ ມາຍຮຸຍຕວັນ, CEO ຂອງບໍລິສັດຫຸ້ນສ່ວນເຕັກໂນໂລຢີດີຈີຕອນ SSI (SSI Digital), ແບ່ງປັນວ່າ:

ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈແມ່ນນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ຖືວ່າ ຖ້າບໍ່ແມ່ນຈຸດເວລານີ້ ກໍ່ຈະບໍ່ແມ່ນເວລາໃດໝົດ. ພວກຂ້າພະເຈົ້າຢາກຮ່ວມເດີນທາງກັບລັດຖະບານ, ຮ່ວມເດີນທາງພ້ອມກັບປະເທດຊາດ. ພວກຂ້າພະເຈົ້າຍາມໃດກໍ່ຕັ້ງຄຳຖາມວ່າ ເປັນຫຍັງປະເທດເຮົາດ້ວຍປະຊາຊົນກ່ວາ 100 ລ້ານຄົນ, ສ່ວນຫຼາຍແມ່ນໄວໜຸ່ມທີ່ມີຄວາມມັກຮັກເຕັກໂນໂລຢີ ແຕ່ພວກເຮົາພັດບໍ່ແມ່ນຜູ້ຈັດບັນດາເຫດການສາກົນໃຫຍ່ເພື່ອນຳບັນດາຄູ່ຮ່ວມມືສາກົນເຂົ້າມາຍັງ ຫວຽດນາມ, ພັດທະນາເຕັກໂນໂລຢີພ້ອມກັບ ຫວຽດນາມ.

ສຳລັບຫວຽດນາມ, ການເຂົ້າຮ່ວມສັນຍາ ຈະຊ່ວຍໃຫ້ ຫວຽດນາມ ມີຫຼາຍໂອກາດເພື່ອຊຸກຍູ້ເສດຖະກິດດີຈີຕອນອີງຕາມພື້ນຖານຢ່າງໝັ້ນແກ່ນຂະນະທີ່ແມ່ນຕະຫຼາດທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ຜູ້ບໍລິໂພກມີຄວາມໄຫວພິບສູງ, ລະດັບການນຳໃຊ້ອິນເຕີເນັດສູງ.

ດ້ວຍມານະພະຍາຍາມຕັດສິນໃຈສູງຂອງລັດຖະບານ, ຄວາມພ້ອມທີ່ຈະຮ່ວມເດີນທາງຂອງບັນດາວິສາຫະກິດເຕັກໂນໂລຢີ, ພ້ອມກັບຫຼາຍປັດໄຈທີ່ໄດ້ປຽບກ່ຽວກັບຕະຫຼາດ, ຫວຽດນາມ ພວມມີບັນດາບາດກ້າວຫັນປ່ຽນຢ່າງຮອບດ້ານໃນການໝູນໃຊ້ເຕັກໂນໂລຢີດີຈີຕອນ ໃນທຸກຂົງເຂດດຳລົງຊີວິດຂອງເສດຖະກິດ - ສັງຄົມ ຫວຽດນາມ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ, ຊຸກຍູ້ເສດຖະກິດໃນ ອາຊຽນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top