ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງ ສ.ໂດມີນີກາ ຢູ່ພາກພື້ນ ອາເມລິກາ ລາຕິນ, ທ່ານປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງຮອບດ້ານ, ທັງດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ ແລະ ການຮ່ວມມືດ້ານການສຶກສາ.
ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ໂດມີນີກາ ປະຈຳຫວຽດນາມ
ຕອນເຊົ້າວັນທີ 20 ມີນາ ,ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ໂດມີນີກາ ປະຈຳຫວຽດນາມ ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ.
ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງ ສ.ໂດມີນີກາ ຢູ່ພາກພື້ນ ອາເມລິກາ ລາຕິນ, ທ່ານປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງຮອບດ້ານ, ທັງດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ ແລະ ການຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນປຊະຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ສອງພາກພື້ນ.
ສ່ວນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດມີການພັດທະນາອັນດີງາມ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ວັດທະນະທຳ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ບັນດາບາດກ້າວພັດທະນາຂອງ ຫວຽດນາມໃນຊຸມປີຜ່ານມາ, ຖືນີ້ແມ່ນແບບຢ່າງເພື່ອໃຫ້ ໂດມີນີກາ ປະຕິບັດຕາມ.
(ແຫຼ່ງຄັດຈາກ VOV)